Closing on: ສ.ຫ. 22, 2022

ປະກາດ​ຮັບ​ສະ​ໝັກ​ພະ​ນັກ​ງານ

ໂຄງ​ການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ ມີພາລະບົດບາດເປັນອົງການປະຕິບັດງານແຫ່ງຊາດ ໃນການກວດກູ້ ແລະ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ມີ​ຄວາມ​ຕ້ອງການ ພະນັກງານອະນາໄມ ຈໍານວນ 01 ຕຳ​ແໜ່ງ, ບັນ​ຈຸໃສ່ ຫ້ອງການໃຫ່ຍ ໂຄງ​ການ​ເກັບ​ກູ້​ລະ​ເບີດ​ແຫ່ງຊາດ, ເຊິ່ງ​ມີ​ໜ້າ​ທີ່​ຮັບ​ຜິ​ດຊອບ, ​ເງື່ອນ​ໄຂ ແລະ ມາດ​ຖານ​ດັ່ງລາຍລະອຽດລຸ່ມ​ນີ້:

ໜ້າທີ່ຮັບຜິດຊອບຫຼັກ:

  1. ຮັບຜິດຊອບໄຂ ແລະ ອັດປະຕູຫ້ອງການໃນຕອນເຊົ້າເວລາ 7 ໂມງ 30 ນາທີ ແລະ ຕອນແລງເວລາ 17 ໂມງ 00 ນາທີ;
  2. ອະນາໄມທໍາຄວາມສະອາດ, ປັດກວາດໄຍແມງມູມ, ເຊັດແກ້ວປະຕູ, ຖູພື້ນຫ້ອງການ, ໂຕະເຮັດວຽກຂອງ ພະນັກງານທຸກໜ່ວຍງານໃຫ້ສະອາດ ກ່ອນພະນັກງານເຂົ້າມາຮອດຫ້ອງການໃນ ເວລາ 8:00 ໂມງເຊົ້າ;
  3. ອະນາໄມຄວາມສະອາດຫ້ອງນໍ້າດ້ວຍການຂັດ, ຖູ ແລະ ລ້າງໂຖສ້ວມ, ອ່າງລ້າງມື, ອຸປະກອນທັງໝົດ ແລະ ພື້ນຫ້ອງນໍ້າດ້ວຍນໍ້າຢາຂ້າເຊື້ອ. ສໍາລັບຫ້ອງນໍ້າຕ້ອງອະນາໄມຄວາມສະອາດຕະຫຼອດເວລາທຸກໆ 01- 02 ຊົ່ວໂມງ ຫຼື ຫຼັງຈາກມີພະນັກງານເຂົ້າໄປນໍາໃຊ້;
  4. ຮັບປະກັນໃຫ້ມີເຄື່ອງຮັບໃຊ້ອັນເໝາະສົມໃນຫ້ອງນໍ້າຕະຫຼອດເວລາ ເຊັ່ນ: ນໍ້າຢາລ້າງມື, ນໍ້າຢາລ້າງຈອກຖ້ວຍ, ເຈ້ຍຫ້ອງນໍ້າ, ນໍ້າຢາດັບກິ່ນ ແລະ ອື່ນໆເພື່ອລາຍງານພະນັກງານຮັບຜິດຊອບ ແລະ  ຫົວໜ້າໜ່ວຍງານບໍລິຫານ-ຈັດຕັ້ງ ເພື່ອຂຶ້ນແຜນປະກອບ;
  5. ລ້າງ ແລະ ທຳຄວາມສະອາດຈອກນໍ້າຊາ, ກາເຟ, ຖ້ວຍບ່ວງ ທີ່ໃຊ້ຮັບແຂກ ຫຼື ເວລາມີງານລ້ຽງສັງສັນ ແລະ  ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຕາມການຕົກລົງຂອງຫົວໜ້າໜ່ວຍງານບໍລິຫານ – ຈັດຕັ້ງ ແລະ ຄະນະອໍານວຍການ;
  6. ຈັດສັນຫ້ອງຮັບແຂກ ແລະ ທາງຍ່າງ ລະຫວ່າງຫ້ອງໃຫ້ເປັນລະບຽບ ບໍ່ໃຫ້ມີສິ່ງກີດຂວາງ; ກໍລະນີມີໂຕະຕັ່ງ ອຸປະກອນທີ່ເປ່ເພ ກໍ່ຕ້ອງຈັດແຈງ ແລະ ເກັບມ້ຽນໄວ້ບ່ອນດຽວກັນ ແລະ ລາຍງານຕໍ່ຜູ້ຮັບຜິດຊອບ;
  7. ປິດໄຟຟ້າ, ນໍ້າປະປາ, ປິດພັດລົມ, ເຄື່ອງປັບອາກາດ, ປິດສະວິດເຄື່ອງໃຊ້ຫ້ອງການທັງໝົດທີ່ໃຊ້ໄຟຟ້າ ກ່ອນອອກຈາກຫ້ອງການ;
  8. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານບໍລິຫານ-ຈັດຕັ້ງແລະ ຄະນະອໍານວຍການ.

ເງື່ອນໄຂ ແລະ ມາດຕະຖານ:

  • ເພດ: ຍິງ ຫຼື ຊາຍ ອາຍຸແຕ່ 23 – 45 ປີ;
  • ລະດັບການສຶກສາ: ຈົບລະດັບຊັ້ນມັດທະຍົມຂຶ້ນໄປ ຫຼື ພິຈາລະນາຕາມຄວາມເໝາະສົມ;
  • ມີຄວາມຮູ້ ແລະ ມີປະສົບການດ້ານວຽກງານອະນາໄມຫ້ອງການ, ສໍານັກງານ, ອົງການຕ່າງໆ;
  • ມີຄວາມຊື່ສັດ, ມີມະນຸດສໍາພັນດີ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ;
  • ບໍ່ກ່ຽງວຽກ, ມີຄວາມອົດທົນ ແລະ ມີໃຈມັກຮັກໃນການບໍລິການ;
  • ມີຄວາມລະອຽດຮອບຄອບ, ມີຄວາມຮັບຜິດຊອບສູງ ແລະ ກົງຕໍ່ເວລາ;
  • ມີສຸຂະພາບແຂງແຮງ ແລະ ສາມາດຍົກຍໍເຄື່ອງໜັກໄດ້;
  • ເປັນຄົນທ້ອງຖິ່ນນະຄອນຫຼວງວຽງຈັນ ຫຼື ອາໄສຢູ່ນະຄອນຫຼວງວຽງຈັນ;
  • ສາມາດເຮັດວຽກລ່ວງເວລາໄດ້.

ໝາຍເຫດ: ແບບຟອມສະໝັກແມ່ນມີຈຳນວນຈໍາກັດ ແລະ ບໍ່ໄດ້ເສຍຄ່າສະໝັກ (ບໍ່ໄດ້ຈ່າຍຄ່າຟອມ ຫຼື ຄ່າຍື່ນເອກະສານ).

ຜູ້ທີ່ສົນໃຈເຊີນເຂົ້າມາພົວພັນເອົາຂໍ້ມູນລະອຽດ ແລະ ແບບຟອມສະໝັກງານໄດ້ທີ່ ຫ້ອງ​ການໃຫຍ່ ໂຄງການເກັບກູ້ລະເບີດ​ແຫ່ງ​ຊາດ, ບ້ານ ທົ່ງສ້າງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ໂທ: 021 225023-4, E-mail: uxolao@uxolao.gov.la ເປີດ​ຮັບ​ເອ​ກະ​ສານ ໃນ​ໂມງ​ລັດ​ຖະ​ການ ຕອ​ນ​ເຊົ້າ ເວ​ລາ 8:30-12:00ໂມງ ແລະ ຕອນບ່າຍ ເວ​ລາ 13:00 -16:00ໂມງ ເລີ່ມແຕ່ວັນທີ 16/08/2022 ຮອດວັນທີ 22/08/2022, (ຈະຕິດຕໍ່ຄືນສະເພາະຜູ້ທີ່ໄດ້ຄົບມາດຖານໃຫ້ເຂົ້າສໍາພາດເທົ່ານັ້ນ).

Apply for this position

Allowed Type(s): .pdf, .doc, .docx