ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແລະ ອົງການເກັບກູ້ລະເບີດ ແຫ່ງ ປະເທດ ກໍາປູເຈຍ (CMAC) ສຳເລັດການຝຶກອົບຮົມແລກປ່ຽນບົດຮຽນ ໃນຫົວຂໍ້: “ການຄຸ້ມຄອງຂໍ້ມູນ ແລະ ການຄຸ້ມຄອງຄຸນນະພາບ” ພາຍໃຕ້ໂຄງການຮ່ວມມືໃຕ້-ໃຕ້ ທີ່ໃຫ້ການສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA).

ການຝຶກອົບຮົມແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນຈັດຂຶ້ນຜ່ານລະບົບການປະຊຸມທາງໄກ (zoom), ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ (ຜູ້ຍິງ 06 ທ່ານ), ໃນນັ້ນ ມີຜູ້ເຂົ້າຮ່ວມຈາກໂຄງການເກັບກູ້ລະເບີດແຫ່ງຊາດ 15 ທ່ານ ແລະ ຜູ້ເຂົ້າຮ່ວມຈາກອົງການ CMAC 15 ທ່ານ ເຊິ່ງແມ່ນພະນັກງານຫຼັກທີ່ປະຕິບັດວຽກງານຄຸ້ມຄອງຂໍ້ມູນ ແລະ ວຽກງານຄຸ້ມຄອງຄຸນນະພາບຈາກຂັ້ນສູນກາງ ແລະ ຂັ້ນແຂວງ. ການຝຶກອົບຮົມທາງລະບົບອອນໄລນ໌ໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 2 ອາທິດ, ເຊິ່ງໃນອາທິດທຳອິດ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 8 – 12 ພະຈິກ 2021 ແລະ ອາທິດທີສອງແມ່ນໄດ້ດໍາເນີນໃນລະຫວ່າງວັນທີ 22 – 26 ພະຈິກ 2021. ຫົວຂໍ້ການແລກປ່ຽນບົດຮຽນ ແມ່ນໄດ້ເນັ້ນໃສ່ວຽກງານຄຸ້ມຄອງຂໍ້ມູນ ແລະ ວຽກງານຄຸ້ມຄອງຄຸນນະພາບ ເຊິ່ງຜູ້ເຂົ້າຮ່ວມຝຶກອົບຮົມໄດ້ແລກປ່ຽນຄວາມຮູ້ ກ່ຽວກັບ ການເກັບກໍາຂໍ້ມູນ, ການປ້ອນຂໍ້ມູນ, ການນຳໃຊ້ໂປຣແກຣມ Arc GIS, ການແບ່ງປັນຂໍ້ມູນ, ການລາຍງານຄວາມຄືບໜ້າປະຈຳເດືອນ, ການຄຸ້ມຄອງລະບົບໄອທີ, ການຮັບປະກັນຄຸນນະພາບ, ການຄວບຄຸມຄຸນນະພາບ ແລະ ການປະເມີນຜົນກະທົບພາຍຫຼັງການກວດກູ້.

ການຝຶກອົບຮົມແລກປ່ຽນບົດຮຽນໃນຄັ້ງນີ້ ໄດ້ສຳເລັດລົງໃນຕອນເຊົ້າຂອງ ວັນທີ 26 ພະຈິກ 2021 ແລະ ໃນຕອນບ່າຍຂອງວັນດຽວກັນ ໄດ້ມີການຈັດພິທີປິດການຝຶກອົບຮົມດັ່ງກ່າວຂຶ້ນ, ເຊິ່ງໃຫ້ກຽດເປັນປະທານ ແລະ ປະທານຮ່ວມໂດຍ ທ່ານ ບຸນພະມິດ ໂສມວິຈິດ, ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ, ທ່ານ ອຸມ ພຸມໂຣ, ຮອງຫົວໜ້າ ອົງການ CMAC ແລະ ທ່ານ ຢູຊຸເກະ ຄູໂບະ ຕາງໜ້າໃຫ້ແກ່ ອົງການ ໄຈກາ ປະຈໍາ ສປປ ລາວ. ການຝຶກອົບຮົມແລກປ່ຽນບົດຮຽນນີ້ ຈະນຳເອົາຜົນປະໂຫຍດທີ່ສຳຄັນມາສູ່ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ອົງການ CMAC ເພື່ອໝູນໃຊ້ບົດຮຽນທີ່ຖອດຖອນໄດ້ເຂົ້າໃນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃນການປະຕິບັດວຽກງານຂອງທັງສອງອົງກອນໃຫ້ດີຂຶ້ນໃນຕໍ່ໜ້າ.