ປະເທດທີ່ ຖືກຖິ້ມລະເບີດ ຫຼາຍທີ່ສຸດໃນໂລກ

ສປປ ລາວ ມີລັກສະນະພິເສດທີ່ບໍ່ເພິ່ງປະສົງຄື ເມື່ອສະເລ່ຍຈໍານວນລະເບີດທີ່ຕົກຄ້າງຕໍ່ຫົວຄົນແລ້ວ ຖືວ່າເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ລະເບີດທີ່ຖືກຖິ້ມລົງມານັ້ນມີທັງລະເບີດລູກຫວ່ານຫຼາຍກວ່າ 270 ລ້ານໜ່ວຍ (ດັ່ງທີ່ຄົນລາວເຮົາເອີ້ນວ່າ “ບົມບີ່”) ເຊິ່ງຖືກປ່ອຍອອກມາຈາກໜ່ວຍລະເບີດກະປາງ.

ເມື່ອໃດທີ່ ລູກລະເບີດ ຖືກຖິ້ມລົງມາ

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973 ສິ້ນສຸດລົງ ແລະ ເມື່ອເວລາຜ່ານໄປສີ່ສິບກວ່າປີແລ້ວ, ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ມະນຸດສະທຳ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ.

ລະເບີດຫຼາຍກວ່າ 270 ລ້ານໜ່ວຍ

ຄາດຄະເນຈຳນວນລະເບີດລູກຫວ່ານ (ບົມບີ່) ທີ່ມາຈາກໜ່ວຍລະເບີດກະປາງ

ສູງເຖິງ 25 ສ່ວນຮ້ອຍ

ຂອງຈຳນວນບ້ານທັງໝົດ 10,000 ກວ່າບ້ານໃນປະເທດໄດ້ຮັບຜົນກະທົບຈາກສິ່ງ ເສດເຫຼືອຂອງສົງຄາມ

ປະຊາຊົນຈຳນວນ 22,000 ກວ່າຄົນ

ໄດ້ຕົກເປັນເຫຍື່ອຂອງ ລບຕ ແລະ ບົມບີ່, ເຊິ່ງວ່າຈໍານວນເກືອບເຄິ່ງໜຶ່ງຂອງພວກເຂົາແມ່ນໄດ້ເສຍຊີວິດ.

300 ກວ່າຄົນໃນແຕ່ລະປີ

ໄລຍະຫຼາຍປີຜ່ານມາ, ຈຳນວນປະຊາຊົນຜູ້ທີ່ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກ ລບຕ ໄດ້ຫຼຸດລົງມາເຖິງປະມານ 300 ກວ່າຄົນ ໃນແຕ່ລະປີ.

ສະພາບການຕົກຄ້າງຂອງລະເບີດບໍ່ທັນແຕກໃນປະຈຸບັນ

ໃນປະຈຸບັນ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ແລະ ລບຕ ຫຼາຍທີ່ສຸດໃນໂລກ. ລະເບີດບໍ່ທັນແຕກຍັງຕົກຄ້າງຢູ່ທຸກຫົນທຸກແຫ່ງ, ລບຕ ແມ່ນຖືກພົບເຫັນຢູ່ຕາມທົ່ງນາ, ເດີ່ນໂຮງຮຽນ, ຕາມຈ້າຍພູ, ໃນແມ່ນ້ຳ, ຕາມຖະໜົນຫົນທາງ ແລະ ເສັ້ນທາງຍ່າງ ແລະ ແມ້ນແຕ່ຢູ່ໃນໃຈກາງຕົວເມືອງຂອງແຂວງ.

 

ຄກລ ປະຕິບັດງານຢູ່ໃນບັນດາ ແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກ ລບຕ ຢູ່ໃນປະເທດໄດ້ແກ່:

1. ຫຼວງພະບາງ
2. ຫົວພັນ
3. ຊຽງຂວາງ
4. ຄຳມ່ວນ
5. ສະຫວັນນະເຂດ
6. ເຊກອງ
7. ສາລະວັນ
8. ອັດຕະປື
9. ຈຳປາສັກ

ປະກາດແຈ້ງການ

...
ແຈ້ງການ: Training Website
ສະບັບເລກທີ: 0002-1/ກກ, ວັນທີ: 01/03/2021
...
ແຈ້ງການ: ພັກປີໃໝ່ລາວ
ສະບັບເລກທີ: 0003-1/ກກ, ວັນທີ: 25/03/2021
...
ແຈ້ງການ: Website 1
ສະບັບເລກທີ: 0002-1/ກກ, ວັນທີ: 01/03/2021
...
ແຈ້ງການ: Training2
ສະບັບເລກທີ: 0002-1/ກກ, ວັນທີ: 01/03/2021

ສະໝັກວຽກກັບພວກເຮົາ

Sorry, there are no positions available at this time

ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານ