ຕິດຕໍ່ພວກເຮົາ

ຕິດຕໍ່ສອບຖາມຂໍ້ມູນ

ການເຂົ້າຢ້ຽມຢາມສະໜາມ

ຫ້ອງການໃຫຍ່ໂຄງການເກັບກູ້ລະເບີດແຫ່ງຊາດ

ບ້ານ ໂນນສະອາດ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ

ຕູ້ໄປສະນີ: 345

ໂທ: (856-21) 225023-4

ແຟັກ: (856-21) 225025

ອີເມວ: uxolao@uxolao.gov.la

ເວັບໄຊ້: http://www.uxolao.gov.la

ເພຈ໌ Facebook: http://www.facebook.com/Lao National Unexploded Ordnance Programme

ຊ່ອງ YouTube: www.youtube.com/UXO LAO

ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ມີການເກັບຮັກສາ ແລະ ວາງສະແດງ ກ່ຽວກັບຂໍ້ມູນຂອງລະເບີດບໍ່ທັນແຕກຢູ່ຫ້ອງການໃຫຍ່ ຄກລ ວຽງຈັນ ແລະ ຫ້ອງການ ຄກລ ປະຈຳ 9 ແຂວງ.

 

ການເຂົ້າຢ້ຽມຢາມສະໜາມປະຕິບັດວຽກງານ

ສະມາຊິກຂອງອົງການຈັດຕັ້ງສາກົນທີ່ມີຈຸດປະສົງເຂົ້າຢ້ຽມຢາມສະໜາມປະຕິບັດວຽກງານຂອງ ຄກລ ຕ້ອງເຮັດໜັງສືສະເໜີຂໍອະນຸມັດຈາກ ກົມການຂ່າວ ກະຊວງການຕ່າງປະເທດ, ລະບຸຈຸດປະສົງ ແລະ ໄລຍະເວລາຂອງການຢ້ຽມຢາມ ເຊິ່ງຄວນຈະລະບຸໃນໜັງສືສະເໜີ. ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

  Tel:       (+85621) 225023-4
  Fax:       (+85621) 225025
  Email:   uxolao@uxolao.gov.la

ເມື່ອໄດ້ຮັບການອະນຸມັດຈາກກົມການຂ່າວ ກະຊວງການຕ່າງປະເທດແລ້ວ ຈະຕ້ອງສົ່ງໜັງສືແຈ້ງມາຍັງໂຄງການເກັບກູ້ລະເບີດແຫ່ງຊາດ, ໜັງສືສະເໜີດັ່ງກ່າວສົ່ງມາທີ່ໜ່ວຍງານແຜນການ-ປະຊາສຳພັນ ຫ້ອງການໃຫຍ່ ຄກລ ວຽງຈັນ, ຈຸດປະສົງເພື່ອເປັນບ່ອນອີງ ແລະ ຮັບປະກັນດ້ານເວລາ.

ກະລຸນາຊາບວ່າ:

ໂຄງການເກັບກູ້ລະເບີດແຫ່ງຊາດ ບໍ່ສາມາດອຳນວຍຄວາມສະດວກໃຫ້ແກ່ທ່ານໂດຍກົງ. ທຸກຂະບວນການຕ້ອງຜ່ານພະແນກການທີ່ກ່ຽວຂ້ອງ ຂອງ ກະຊວງການຕ່າງປະເທດ.

ການລົງຢ້ຽມຢາມຂອງນັກສຶກສາ ຫຼື ນັກຄົ້ນຄວ້າ

ນັກສຶກສາ ຫຼື ນັກຄົ້ນຄວ້າ ທີ່ມີຄວາມຕ້ອງການລົງຢ້ຽມຢາມການປະຕິບັດວຽກງານພາກສະໜາມ ຕ້ອງໄດ້ປະຕິບັດຕາມລະບຽບຂອງໂຄງການເກັບກູ້ລະເບີດແຫ່ງຊາດ.

ການລົງຢ້ຽມຢາມພາກສະໜາມແບບສ່ວນບຸກຄົນ

ການລົງຢ້ຽມຢາມພາກສະໜາມແບບສ່ວນບຸກຄົນ ແມ່ນພວກເຮົາບໍ່ສາມາດຮອງຮັບໄດ້ໃນຂະນະນີ້