ກ່ຽວກັບ ຄກລ

ຄວາມເປັນມາຂອງລະເບີດບໍ່ທັນແຕກໃນ ສປປ ລາວ

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973 ສິ້ນສຸດລົງ ແລະ ເມື່ອເວລາຜ່ານໄປສີ່ສິບກວ່າປີແລ້ວ, ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ມວນມະນຸດ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ. ພາຍຫຼັງສົງຄາມສິ້ນສຸດລົງໄດ້ບໍ່ດົນ ລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ເອົາໃຈໃສ່ຂຸ້ນຂ້ຽວໃນການເກັບກູ້ລະເບີດບໍ່ທັນແຕກ. ສປປ ລາວ ໄດ້ສະໜັບສະໜູນການຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາລະເບີດລູກຫວ່ານ ແລະເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງທຳອິດໃນປີ 2010. ມັນຍັງກວມລວມເຖິງບັນຫາລະເບີດບໍ່ທັນແຕກເຊິ່ງເປັນບັນຫາທີ່ສຳຄັນຕໍ່ການ ພັດທະນາ ໂດຍການກຳນົດເປົ້າໝາຍພັດທະນາແບບຍືນຍົງທີ 18, “ລົບລ້າງອຸປະສັກທາງດ້ານລະເບີດບໍ່ທັນແຕກ ເພື່ອການພັດທະນາແຫ່ງຊາດ”.

ລັດຖະບານແຫ່ງ ສປປ ລາວ ໄດ້ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ, ອົງການຢູນິເຊບ ແລະ ຄູ່ຮ່ວມງານອື່ນໆ ໂດຍຜ່ານດຳລັດເລກທີ 49 ຂອງທ່ານນາຍົກລັດຖະມົນຕີ, ລົງວັນທີ 13 ກຸມພາ 1996, ເຊິ່ງດຳເນີນງານພາຍໃຕ້ການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ມາຮອດຕົ້ນປີ 2013, ຄກລ ໄດ້ຖືກຍົກຍ້າຍຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ. ແຕ່ວ່າມາຮອດຕົ້ນປີ 2016, ຄກລ ໄດ້ຖືກຍົກຍ້າຍຈາກຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ກັບຄືນມາຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ. 

ແຜນຍຸດທະສາດແຫ່ງຊາດໃນປະຈຸບັນ ສຳລັບຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະປີ 2011 – 2020, “The Safe Path Forward II” (SPFII), ລະບຸລາຍລະອຽດໄວ້ວ່າ ເປົ້າໝາຍຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາຕະຫຼອດໄລຍະປີ 2011 – 2020 ແມ່ນແນ່ໃສ່ຫຼຸດຜ່ອນໄພຄຸມຄາມຈາກ ລບຕ ທີ່ມີຕໍ່ມວນມະນຸດ ແລະ ເສດຖະກິດ-ສັງຄົມ ຈົນເຖິງຈຸດທີ່ລະເບີດບໍ່ທັນແຕກທີ່ຍັງເຫຼືອຢູ່ ແລະ ສິ່ງທ້າທາຍ ສາມາດໄດ້ຮັບການແກ້ໄຂໄດ້ຢ່າງເໝາະສົມດ້ວຍຂີດຄວາມສາມາດແຫ່ງຊາດທີ່ລວມເຂົ້າກັນເປັນອັນໜຶ່ງອັນດຽວກັບສະຖາບັນການຈັດຕັ້ງຂອງລັດຖະບານ.  

ຄກລ ມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງວຽງຈັນ. ຄກລ  ປະຕິບັດງານຢູ່ໃນ 9 ແຂວງທີ່ໄດ້ຮັບຜົນກະທົບຈາກຫຼາຍທີ່ສຸດຈາກ ລບຕ (ຫົວພັນ, ຫຼວງພະບາງ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື). ຢູ່ໃນທຸກໆແຂວງ, ຫ້ອງການປະສານງານ ຄກລ ແຂວງຈະເຮັດວຽກຢ່າງໃກ້ຊິດກັບພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ປະສານງານກັບພະແນກການແຂວງອື່ນໆເຊັ່ນ ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ, ພະແນກກະສິກຳ ແລະ ປ່າໄມ້ ເພື່ອຈຸດປະສົງໃນການກຳນົດແຜນປະຕິບັດງານ.

ຜົນສຳເລັດຂອງໂຄງການເກັບກູ້ລະເບີດແຫ່ງຊາດ

ວຽກງານໂຄສະນາສຶກສາຄວາມສ່ຽງ

ສຳເລັດການລົງເຄື່ອນໄຫວໂຄສະນາຜົນຮ້າຍຈາກລະເບີດບໍ່ທັນແຕກໃນຊຸມຊົນໄດ້ຫຼາຍກວ່າ 13,700 ບ້ານ, ມີຜູ້ເຂົ້າຮ່ວມຮັບຟັງຫຼາຍກວ່າ 4,100,000 ຄົນ (ເຊິ່ງມີເດັກນ້ອຍຫຼາຍກວ່າ 1,700,000 ຄົນ).

ວຽກງານກວດກູ້ພື້ນທີ່

ກວດກູ້ພື້ນທີ່ໄດ້ຫຼາຍກວ່າ 48,800 ເຮັກຕາ, ລວມມີທີ່ດິນກະສິກຳຫຼາຍກວ່າ 43,000 ແລະ ທີ່ດິນສຳລັບໂຄງການພັດທະນາອື່ນໆຫຼາຍກວ່າ 5,800 ເຮັກຕາ.

ວຽກງານສຳຫຼວດດ້ານວິຊາການ

ກຳນົດພື້ນທີ່ອັນຕະລາຍທີ່ມີລະເບີດຕົກຄ້າງໄດ້ຫຼາຍກວ່າ 4,500, ກວມເອົາເນື້ອທີ່ຫຼາຍກວ່າ 39,000 ເຮັກຕາ, ລວມມີທີ່ດິນກະສິກຳຫຼາຍກວ່າ 37,900 ແລະ ທີ່ດິນສຳລັບການພັດທະນາອື່ນໆຫຼາຍກວ່າ 1,100 ເຮັກຕາ.

ລະເບີດທີ່ທຳລາຍໄດ້ທັງໝົດ (ຜ່ານວຽກງານທຳລາຍເຄື່ອນທີ່ / ວຽກງານກວດກູ້)

ທຳລາຍລະເບີດບໍ່ທັນແຕກໄດ້ຫຼາຍກວ່າ 1,750,000 ໜ່ວຍ, ໃນນັ້ນ, ມີລະເບີດລູກຫວ່ານຫຼາຍກວ່າ 900,000 ໜ່ວຍ, ແລະ ລະເບີດປະເພດອື່ນໆຫຼາຍກວ່າ 800,000 ລວມມີລະເບີດໂບມໃຫຍ່, ລະເບີດຝັງດິນ ແລະ ສຳພາວຸດອື່ນໆ.

ວຽກງານສຳຫຼວດບໍ່ແມ່ນດ້ານວິຊາການ

ເຄື່ອນໄຫວສຳຫຼວດໄດ້ 22,803 ຄັ້ງໃນການລົງເກັບກຳຂໍ້ມູນການຕົກຄ້າງຂອງລະເບີດຢູ່ຕາມບ້ານເຮືອນປະຊາຊົນ ເພື່ອໝາຍຈຸດພິກັດຂອງ ລບຕ ທັງໝົດທີ່ພົບເຫັນ, ແລະ ສ້າງແຜນທີ່ການຕົກຄ້າງຂອງ ລບຕ ໄດ້ 3,784 ບ້ານ.

ວຽກງານທຳລາຍເຄື່ອນທີ່

ສຳເລັດການທຳລາຍລະເບີດໄດ້ຫຼາຍກວ່າ 34,000 ຄັ້ງ, ແລະ ໄດ້ເຄື່ອນຍ້າຍ ຫຼື ທຳລາຍລະເບີດທີ່ພົບເຫັນຢູ່ເທິງໜ້າດິນໄດ້ຫຼາຍກວ່າ 4,000 ບ້ານ.

ບົດລາຍງານສັງລວມຄວາມຄືບໜ້າຂອງ ຄກລ ແຕ່ປີ 1996 ມາຮອດເດືອນຕຸລາ 2021

ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ)

ລັດຖະບານແຫ່ງ ສປປ ລາວ ສ້າງຕັ້ງຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໃນປີ 2004 ພ້ອມກັບການສ້າງແຜນຍຸດທະສາດແຫ່ງຊາດສຳລັບຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ. ຄຊກລ ມີໜ້າທີ່ຮັບຜິດຊອບໃນການປະສານງານ ແລະ ການຄຸ້ມຄອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກພາຍໃນປະເທດ, ລວມມີ ການສ້າງແຜນ, ການປະສານງານ ແລະ ການຕິດຕາມກວດກາການເຄື່ອນໄຫວວຽກງານເກັບກູ້ລະເບີດທັງໝົດພາຍໃນປະເທດ. ຄກລ ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປະຊຸມປຶກສາຫາລືທາງດ້ານວິຊາການທີ່ຈັດໂດຍ ຄຊກລ ໂດຍແນໃສ່ການປະສານງານ ແລະ ການວາງທິດທາງແຜນການໃນວຽກງານກວດກູ້, ວຽກງານໂຄສະນາສຶກສາຄວາມສ່ຽງ ແລະ ວຽກງານຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ພ້ອມທັງແບ່ງປັນຄວາມຮູ້ໃນພາກປະຕິບັດ ແລະ ປະສົບການ.

ບັນດາຄູ່ຮ່ວມງານຂອງພວກເຮົາ

ອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ໃຫ້ການຄວບຄຸມດູແລໂຄງການ ແລະ ການຮັບຮອງໂຄງການ, ທັງດ້ານການປະຕິບັດງານ ແລະ ດ້ານການເງິນ, ໂດຍຜ່ານໜ່ວຍງານຄຸ້ມຄອງວຽກງານເກັບກູ້ລະເບີດ ພ້ອມທັງຜ່ານການຈັດຫາຊ່ຽວຊານທີ່ປຶກສາລະດັບສູງ, ຊ່ຽວຊານທີ່ປຶກສາໂຄງການ ແລະ ຊ່ຽວຊານທີ່ປຶກສາວຽກງານພາກສະໜາມ. ອົງການ ສປຊ ລະດົມທຶນເພື່ອ ຄກລ ແລະ ບໍລິຫານທຶນດັ່ງກ່າວຜ່ານສັນຍາການແບ່ງປັນຄ່າໃຊ້ຈ່າຍ. ທຶນທີ່ຜ່ານອົງການ ສປຊ ແມ່ນຈະຕ້ອງປະຕິບັດຕາມກົດກະຕິກາ ແລະ ລະບຽບການຂອງອົງການ ສປຊ. ນອກຈາກນັ້ນ, ອົງການ ສປຊ ຍັງຊ່ວຍເຫຼືອ ຄກລ ໃນການຄຸ້ມຄອງວຽກງານທີ່ສຳຄັນດັ່ງຕໍ່ໄປນີ້:

  • ຕິດຕາມງົບປະມານການເງິນຂອງໂຄງການເປັນລາຍໄຕມາດ, ທັງດ້ານຄວາມຄືບໜ້າໃນການປະຕິບັດວຽກງານ ແລະ ຄ່າໃຊ້ຈ່າຍ ແລະ ຄວາມສອດຄ່ອງຂອງກິດຈະກຳກັບພາລະບົດບາດ ແລະ ແຜນປະຕິບັດງານທີ່ໄດ້ກຳນົດໄວ້;

  • ການເຮັດສັນຍາງົບປະມານການເງິນທີ່ໄດ້ຮັບເປັນແຕ່ລະປີ ແລະ ຄຸ້ມຄອງການກວດສອບວຽກງານຂອງ ຄກລ, ພ້ອມດ້ວຍການສົ່ງບົດລາຍງານຜົນສຳເລັດໃຫ້ແກ່ຜູ້ໃຫ້ທຶນ ແລະ ຄູ່ຮ່ວມປະຕິບັດງານ, ເພື່ອເປັນການຢືນຢັນຄວາມຮັບຜິດຊອບ ແລະ ຄວາມໂປ່ງໃສໃນການບັນຊີ ແລະ ການປະຕິບັດວຽກງານຂອງ ຄກລ;

  • ຈັດກຽມກົນໄກການປະສານງານສຳລັບຜູ້ໃຫ້ທຶນ, ແລະ ລະຫວ່າງຜູ້ໃຫ້ທຶນກັບລັດຖະບານແຫ່ງ ສປປ ລາວ, ເພື່ອໃຫ້ໝັ້ນໃຈວ່າ ທຶນສະໜັບສະໜູນຂອງ ຄກລ ນັ້ນແມ່ນໄດ້ຜ່ານຊ່ອງທາງດັ່ງກ່າວ ແລະ ທຶນສະໜັບສະໜູນນັ້ນແມ່ນຈະຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດສຳລັບໂຄງການ;
  • ການຈັດຊື້-ຈັດຈ້າງ ຕາມຄວາມຕ້ອງການຂອງ ຄກລ.