ໃນລະຫວ່າງວັນທີ 22-23 ທັນວາ 2021 ທີ່ຜ່ານມາ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນກິດຈະກຳ ປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂຶ້ນຢູ່ທີ່ ໂຮງແຮມ ທະວີສຸກ ໄອແລນ, ເມືອງ ວັງວຽງ, ແຂວງ ວຽງຈັນ ພາຍໃຕ້ ທຶນສະໜັບສະໜູນຈາກຫຼາຍແຫຼ່ງທຶນຄື: ທຶນຂອງລັດຖະບານ ໄອແລນ ຜ່ານ ອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP), ທຶນຂອງລັດຖະບານສະຫະລັດອາເມລິກາ ຜ່ານ ບໍລິສັດ ເທັດທຣ້າ ເທັກ ແລະ ທຶນຂອງມູນນິທິໂລກປາສະຈາກລະເບີດຝັງດິນ (WWM) ປະເທດ ສະວິດເຊີແລນ.
ກອງປະຊຸມໄດ້ໃຫ້ກຽດເປັນປະທານກ່າວເປີດ ແລະ ໂອ້ລົມໂດຍ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໂດຍມີ ທ່ານ ບຸນພະມິດ ໂສມວິຈິດ, ຜູ້ອໍານວຍການ ຄກລ, ທ່ານ ເສົາມະນີ ມະນີວົງ, ຮອງຜູ້ອໍານວຍການ ຄກລ, ບັນດາຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດ 74 ຄົນ, ຍິງ 31 ຄົນ.
ທີ່ປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ເນັ້ນໜັກໃຫ້ໂຄງການເກັບກູ້ລະເບີດແຫ່ງຊາດ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາ-ນໍາພາ ການບໍລິຫານ-ຄຸ້ມຄອງ ວຽກງານຂອງໂຄງການ ທັງສູງກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ປະຕິບັດໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມລະບຽບການ, ມາດຕະຖານ ແລະ ແຜນການ ທີ່ກໍານົດໄວ້ຢ່າງເຂັ້ມງວດ; ຕິດຕາມ-ຊຸກຍູ້ ແລະ ກວດກາ ວຽກງານພາກສະໜາມ ຢ່າງໃກ້ຊິດ ແລະ ເປັນປົກກະຕິ ພ້ອມທັງ ຮັບປະກັນການສະຫຼຸບລາຍງານໃຫ້ທ່ວງທັນກັບເວລາ ທີ່ກຳນົດໄວ້.
ນອກຈາກນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດແຜນກິດຈະກຳ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ຈາກບັນດາໜ່ວຍງານທັງໝົດພາຍໃນ ຫ້ອງການໃຫຍ່ ໂຄງການເກັບກູ້ບະເບີດແຫ່ງຊາດ ເຊິ່ງໄດ້ຕີລາຄາລວມດ້ານດີ, ດ້ານອ່ອນ, ບົດຮຽນຖອດຖອນໄດ້ ແລະ ສິ່ງທ້າທາຍ ຂອງແຕ່ລະໜ້າວຽກ.
ກອງປະຊຸມຍັງໄດ້ມີການແບ່ງກຸ່ມຄົ້ນຄວ້າປຶກສາຫາລື ໂດຍເນັ້ນໜັກໃສ່ 3 ບັນຫາທີ່ສໍາຄັນ ເພື່ອຍົກສູງປະສິດທິພາບຂອງການປະຕິບັດວຽກງານ ໄດ້ແກ່ ການປະສານງານພາຍໃນ, ການປະສານງານພາຍນອກ ແລະ ການເຮັດວຽກແບບເປັນໝູ່ຄະນະ.
ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ, ຄກລ ຍັງໄດ້ມີການຈັດກິດຈະກຳນອກຫ້ອງປະຊຸມ ເພື່ອຍົກສູງການປະສານງານ, ຮັດແໜ້ນຄວາມສາມັກຄີພາຍໃນ ແລະ ເພື່ອສ້າງສາຍສຳພັນທີ່ດີຕໍ່ກັນ ລະຫວ່າງ ພະນັກງານຂອງ ຄກລ ອີກດ້ວຍ.