ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ເປັນຄູ່ຮ່ວມງານ ແລະ ຜູ້ສະໜັບສະໜູນວຽກງານຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ມາເປັນເວລາຍາວນານ. ໃນປີ 2021,  ລັດຖະບານນິວຊີແລນໄດ້ສະໜັບສະໜູນໂຄງການໃໝ່ໃນໄລຍະ 4 ປີ ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ), ແຕ່ປີ 2021 ຫາ 2024, ລວມມູນຄ່າທັງໝົດ 10,300,000 ໂດລານິວຊີແລນ. ສາທາລະນະລັດໄອແລນ ໄດ້ໃຫ້ທຶນສະໜັບສະໜູນເພີ່ມຈຳນວນ 350,000 ຢູໂຣ ແລະ 500,000 ຢູໂຣ ໃຫ້ແກ່ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນປີ 2021 ແລະ 2022 ຕາມລໍາດັບ.

ໃນຕອນບ່າຍວັນທີ 29 ມິຖຸນາ 2022, ໄດ້ມີການຈັດພິທີມອບຮັບພາຫະນະ ແລະ ອຸປະກອນໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ຫ້ອງການໃຫຍ່ ຄກລ, ນະຄອນຫຼວງວຽງຈັນ, ເຊິ່ງມູນຄ່າການຊ່ວຍເຫຼືອທັງໝົດແມ່ນ 440,000 ໂດລາສະຫະລັດ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ພະນະ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ແຄັດທຣີນ ເຟືອງ, ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ປະຈຳ ສປປ ລາວ.

ໃນພິທີດັ່ງກ່າວ, ພະນະ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຈາກ ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ສໍາລັບການຊ່ວຍເຫຼືອວຽກງານຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໂດຍກົງ ແລະ ສໍາຄັນ ເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ລົບລ້າງຄວາມທຸກຍາກ ຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະກໍ່ຄືວຽກງານແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ໃຫ້ປອດໄພຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນີ້, ກໍ່ຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ລັດຖະບານ ແຫ່ງ ສປປ ລາວ ລວມທັງການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ທີ 18 (​SDG 18) ວ່າດ້ວຍ “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”. ທ່ານ ນາງ ແຄັດທຣິນ ເຟືອງ, ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ, ໄດ້ກ່າວເນັ້ນເຖິງການສືບຕໍ່ໃຫ້ການສະໜັບສະໜູນຂອງລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ເຊິ່ງຈະຊ່ວຍໃຫ້ ຄກລ ສາມາດສືບຕໍ່ດຳເນີນວຽກງານສຳຫຼວດ ແລະ ກວດກູ້ ໃນຊຸມປີທີ່ຈະມາເຖິງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ນາງ ແຄັດທຣິນ ເຟືອງ ຍັງໄດ້ກ່າວຕື່ມອີກວ່າ “ອົງການ ສປຊ ຍັງມຸ່ງໝັ້ນທີ່ຈະສະໜັບສະໜູນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ  ແລະ ພວກເຮົາຍັງຄົງສຸມໃສ່ຄວາມເປັນເຈົ້າການແຫ່ງຊາດ  ແລະ ຄວາມຍືນຍົງຂອງຂະແໜງການໃນໄລຍະຍາວ ແລະ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນລັດຖະບານລາວ ໃນການສ້າງຂີດຄວາມສາມາດແຫ່ງງຊາດ. ຄຽງຄູ່ກັນນັ້ນ, ພວກເຮົາຍັງຈະໄດ້ຈັດຕັ້ງປະຕິບັດໂຄງການກ່ຽວກັບວຽກງານເກັບກູ້ລະເບີດບໍ່ທັນແຕກໃນ 05 ປີ ຕໍ່ໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າອົງການ ສປຊ ຈະພະຍາຍາມສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ລັດຖະບານລາວ ບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໂດຍສະເພາະແມ່ນເປົ້າໝາຍການພັດທະນາແບບຍືນຍົງທີ 18”.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ພາຫະນະ ແລະ ອຸປະກອນຄັ້ງນີ້ ປະກອບມີບັນດາຄະນະນຳຂັ້ນສູງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະຫະປະຊາຊາດເພື່ອການພັດທະນາ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ.

ພາຍໃຕ້ໂຄງການ “ສະໜັບສະໜູນປະສິດທິພາບ ແລະ ປະສິດທິຜົນ ໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອສະໜັບສະໜູນໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III” (2022-2026), ພາຫະນະ ແລະ ອຸປະກອນທີ່ມອບໃຫ້ແກ່ ຄກລ ປະກອບມີ: ລົດສະໜາມ (ໂຕໂຢຕ້າຮາດທັອບ) 02 ຄັນ, ລົດຕູ້ 15 ບ່ອນນັ່ງ 1 ຄັນ, ເຄື່ອງກວດລະເບີດ 58 ເຄື່ອງ, ອຸປະກອນຈັດກອງປະຊຸມທາງໄກ 4 ຊຸດ ແລະ ອຸປະກອນອື່ນໆຈໍານວນໜຶ່ງ.