ໃນວັນທີ 4 ມີນາ 2024 ທີ່ຜ່ານມາ, ຄກລ ໄດ້ຕ້ອນຮັບ ຄະນະປະທານຮ່ວມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ນຳໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຮອງປະທານ ຄຊກລ ຜູ້ປະຈຳການ ພ້ອມດ້ວຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ນາງ ມາຕິນ ເທເຣ, ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈຳ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຈາກກະຊວງການຕ່າງປະເທດ, ຫ້ອງການ​ ຄຊກລ,​ ອົງການປົກຄອງທ້ອງຖິ່ນ ແຂວງ ສະຫວັນນະເຂດ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ບໍລິສັດເທັດທຣາ ເທັກ ທີ່ໄດ້ມາຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ບ້ານ ໂພສີ, ເມືອງ ພະລານໄຊ, ແຂວງ ສະຫວັນນະເຂດ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ຄກລ ໄດ້ລາຍງານຫຍໍ້ບັນດາຜົນສຳເລັດ ໃນການເຄື່ອນໄຫວວຽກງານຕ່າງໆຂອງ ຄກລ ນັບແຕ່ຊຸມປີ 1996 ເປັນຕົ້ນມາ ລວມທັງຂັ້ັນຕອນວິທີການປະຕິບັດງານ ແລະ ຄາດໝາຍສູ້ຊົນຂອງ ຄກລ ໃນປີ 2024. ນອກຈາກນັ້ນ, ທີມງານພາກສະໜາມຂອງ ຄກລ ປະຈຳ ແຂວງ ສະຫວັນນະເຂດ ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພາກສະໜາມຢູ່ທີ່ບ້ານໂພສີ ເພື່ອໃຫ້ຄະນະຜູ້ແທນໄດ້ຮັບຊາບ.

ຄະນະຜູ້ແທນ ຍັງໄດ້ຮັບຊົມການປະຕິບັດວຽກງານຂອງທີມງານພາກສະໜາມ ທີ່ໄດ້ກວດພົບ ແລະ ດຳເນີນການທຳລາຍລະເບີດບໍ່ທັນແຕກຕົວຈິງໃນສະໜາມ ເຊິ່ງໄດ້ຮັບກຽດຈາກ ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ທີ່ໄດ້ຊ່ວຍ ຄກລ ໃນການກົດປຸ່ມທຳລາຍລະເບີດຄັ້ງນີ້. ປະຈຸບັນ ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອເຄື່ອນໄຫວວຽກງານຢູ່ໃນ 6 ແຂວງ ລວມມີ ຫຼວງພະບາງ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື ເຊິ່ງມີທັງໝົດ 79 ທີມງານພາກສະໜາມປະກອບດ້ວຍ 54 ທີມງານເກັບກູ້, 10 ທີມງານສຳຫຼວດດ້ານວິຊາການ, 6 ທີມງານສຳຫຼວດບໍ່ແມ່ນດ້ານວິຊາການ, 5 ທີມງານໂຄສະນາສຶກສາຄວາມສ່ຽງ ແລະ 4 ທີມງານຕັດຫຍ້າດ້ວຍແຮງງານຄົນ.