ທີ່ແຂວງຊຽງຂວາງ – ໃນການຢ້ຽມຢາມທີ່ມີຄວາມສຳຄັນນີ້ ແມ່ນແນ່ໃສ່ເພື່ອຍົກສູງສາຍພົວພັນ ແລະ ການຮ່ວມມືດ້ານ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ທ່ານ ຄຣິສຕອຟ ບາຮຸດ, ຮອງອຳນວຍການ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ພາກພື້ນອາຊີ ແລະ ປາຊີຟິກ, ທັງເປັນ ຫົວໜ້າສູນກາງພາກພື້ນ ທີ່ ບາງກອກ, ໄດ້ນຳພາຄະນະຜູ້ແທນ ລວມທັງ ຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ທ່ານ ນາງ ມາຕິນ ເທເຣ ມາຢ້ຽມຢາມ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຢູ່ທີ່ ບ້ານ ເຫຼັກ, ເມືອງ ແປກ ໃນວັນທີ 26 ມີນາ 2024.

ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປະເດີມພອນ ສົນທະນີ ແລະ ບັນດາຜູ້ຕາງໜ້າ ຈາກ ພະແນກການກ່ຽວຂ້ອງຂອງແຂວງ ພ້ອມດ້ວຍ ທີມງານ ອົງການ ສປຊ ເພື່ອການພັດທະນາ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ.

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ຮັບຟັງການລາຍງານຫຍໍ້ຈາກ ທ່ານ ອານຸສັກ ພົງສາ ຜູ້ອຳນວຍການ ຄກລ ກ່ຽວກັບ ການປະຕິບັດໜ້າທີ່ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ໃນ 9 ແຂວງ ຂອງ ສປປ ລາວ ແລະ ລົງເລິກສະເພາະຢູ່ ແຂວງ ຊຽງຂວາງ ເຊິ່ງເປັນແຂວງທີ່ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຮັບການຊ່ວຍເຫຼືຶອຈາກ ລັດຖະບານນິວຊີແລນ ຜ່ານ ອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ. ພ້ອມດຽວກັນນັ້ນ, ທີມງານເກັບກູ້ຂອງ ຄກລ ຍັງໄດ້ໃຫ້ຄໍາແນະນຳທາງດ້ານເຕັກນິກ ໃຫ້ແກ່ ທ່ານ ບາຮຸດ ໃນການກົດປຸ່ມທຳລາຍລະເບີດອີກດ້ວຍ.

ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມສວນວາງສະແດງລະເບີດເປົ່າ ແລະ ຫໍພັກພະນັກງານ ຢູ່ທີ່ ຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ ທີ່ໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້, ເຊິ່ງເປັນສະຖານທີ່ທີ່ພະນັກງານພາກສະໜາມສາມາດຮັບປະທານອາຫານ ແລະ ພັກຜ່ອນຢ່າງສະດວກສະບາຍ ພາຍຫຼັງທີ່ເຮັດວຽກຢ່າງອິດເມື່ອຍເປັນເວລາຫຼາຍຊົ່ວໂມງ. ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເປັນການໃຫ້ຄຳໝັ້ນສັນຍາຂອງ ອົງການ UNDP ໃນການສະໜັບສະໜູນວຽກງານເກັບກູ້ລະເບີດຢູ່ ສປປ ລາວ, ສົ່ງເສີມສະພາບແວດລ້ອມທີ່ຢູ່ອາໄສໃຫ້ມີຄວາມປອດໄພ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງໃນຂອບເຂດທົ່ວປະເທດ.