ໃນວັນທີ 06 ມິຖຸນາ 2024 ທີ່ຜ່ານມາ. ທີມງານພາກສະໜາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ຫຼວງພະບາງ ໄດ້ລົງພື້ນທີ່ເພື່ອດໍາເນີນການເກັບກູ້ເອົາລະເບີດລູກຫວ່ານທີ່ປະຊາຊົນພົບເຫັນຢູ່ໃກ້ແຄມແມ່ນໍ້າບາກ ທີ່ ບ້ານ ໂພນໂຮມ, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ.

ທີມງານໄດ້ເກັບກູ້ເອົາລະເບີດກະປາງ 1 ໜ່ວຍ ທີ່ບັນຈຸລະເບີດລູກຫວ່ານ ຫຼື ລະເບີດບົມບີ່ ປະເພດ BLU26 ຈຳນວນ 580 ໜ່ວຍ ເພື່ອເຄື່ອນຍ້າຍໄປທໍາລາຍໃຫ້ປອດໄພຕາມຂັ້ນຕອນວິຊາການ ພາຍໃຕ້ ການຄວບຄຸມຂອງນັກວິຊາການທໍາລາຍລະເບີດຂັ້ນສູງ ຈາກ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ແລະ ທີ່ປຶກສາດ້ານການປະຕິບັດງານພາກສະໜາມ ຂອງ ບໍລິສັດ ເທັດທຣາ ເທັກ.