ໂຄງການເກັບກູ້ລະເບີດແຫ່ງຊາດ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ທີ່ ທ່າລາດ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ.

ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-26 ກໍລະກົດ 2024 ພາຍໃຕ້ ການເປັນປະທານຂອງ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ. ມີຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການ ຄຊກລ-ກະຊວງການຕ່າງປະເທດ, ຫ້ອງການໃຫຍ່ ຄກລ, ຫ້ອງການ ຄກລ ປະຈຳ 9 ແຂວງ, ບໍລິສັດ ເທັດທຣ້າ ເທັກ ແລະ ອົງການ ສປຊ ເພື່ອການພັດທະນາ ປະຈໍາລາວ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ກໍານົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງ ຄກລ. ໃນກອງປະຊຸມ, ຫ້ອງການໃຫຍ່ ຄກລ ໄດ້ສະຫຼຸບລາຍງານຜົນສຳເລັດຂອງວຽກງານແຕ່ລະດ້ານ ພ້ອມທັງ ໄດ້ປຶກສາຫາລືວຽກງານດ້ານວິຊາການ ເຊິ່ງໄດ້ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ເພື່ອຍົກສູງການຈັດຕັ້ງປະຕິບັດວຽກງານຂອງ ຄກລ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຄາດໝາຍສູ້ຊົນທີ່ກໍານົດໄວ້.

ໃນມື້ສຸດທ້າຍ ຂອງ ກອງປະຊຸມ, ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳໃຫ້ແກ່ ຄກລ ເຊິ່ງທ່ານໄດ້ເນັ້ນໃຫ້ ຄກລ ກຳນົດແຜນບູລິມະສິດວຽກງານຕ່າງໆ ໂດຍການປະສານສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສັງລວມເອົາຂໍ້ມູນ ແລະ ສ້າງແຜນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງ ເມືອງ ແລະ ແຂວງ ເພື່ອກຳນົດເຂົ້າໃນແຜນປະຕິບັດງານ ຂອງ ຄກລ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ, ສູ້ຊົນໃນການຈັດຕັ້ງປະຕິບັດວຽກຈຸດສຸມຢ່າງຕັ້ງໜ້າ ເພື່ອໃຫ້ວຽກງານສາມາດບັນລຸຕາມແຜນປະຕິບັດງານປະຈຳປີ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມໄລຍະໃໝ່ 2026-2030 ໃນຕໍ່ໜ້າ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍຂອບໃຈເປັນຢ່າງສູງມາຍັງ ບໍລິສັດ ເທັດທຣາ ເທັກ ທີ່ໃຫ້ການສະໜັບສະໜູນໃນການຈັດກອງປະຊຸມຄັ້ງນີ້.