ໃນວັນທີ 13 ສິງຫາ 2024, ຄກລ ໄດ້ຕ້ອນຮັບຄະນະຄູ-ອາຈານ ຊັ້ນປະຖົມ, ຊັ້ນມັດທະຍົມຕົ້ນ ແລະ ຊັ້ນມັດທະຍົມປາຍ ຈາກ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ທີ່ມາສູນຢ້ຽມຢາມໂຄງການເກັບກູ້ລະເບີດ ແລະ ຮັບຊົມການປະຕິບັດວຽກງານພາກສະໜາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ.