ໃນວັນທີ 15 ສິງຫາ 2024, ທີມງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ໄດ້ສໍາເລັດການທໍາລາຍລະເບີດໃຫຍ່ (ບົມໃຫຍ່) ປະເພດ MK82 500lb ຈໍານວນ 1 ໜ່ວຍ ທີ່ພົບເຫັນຢູ່ ບ້ານ ຫຽງ, ເມືອງ ສຸຂຸມາ, ແຂວງ ຈໍາປາສັກ. ຈຸດທີ່ພົບລະເບີດແມ່ນເປັນພື້ນທີ່ທໍາການຜະລິດຂອງປະຊາຊົນ ເຊິ່ງຢູ່ໃກ້ເສັ້ນທາງທີ່ເຊື່ອມໂຍງໄປຫາຊາຍແດນປະເທດໄທ (ດ່ານປະເພນີ ຊ່ອງຕະອູ) ແລະ ຢູ່ຫ່າງຈາກຊາຍແດນຂອງປະເທດໄທ ພຽງແຕ່ 2 ກິໂລແມັດ ເທົ່ານັ້ນ. ເຂດດັ່ງກ່າວແມ່ນເປັນເຂດທີ່ມີການສັນຈອນໄປມາ ແລະ ມີການຄ້າຂາຍສິນຄ້າທ້ອງຖິ່ນ ຂອງ ປະຊາຊົນທັງສອງປະເທດ ເຊິ່ງກ່ອນການທໍາລາຍແມ່ນໄດ້ມີການປະສານສົມທົບ ແລະ ລາຍງານໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງປະເທດໄທຮັບຊາບ ລວມທັງໄດ້ປິດເສັ້ນທາງການສັນຈອນຊົ່ວຄາວ. ການທໍາລາຍລະເບີດແມ່ນໄດ້ສໍາເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ ແລະ ແຜນການທີ່ວາງໄວ້ ເຊິ່ງໄດ້ຮັບການຮ່ວມມືຈາກທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລວມທັງພໍ່ແມ່ປະຊາຊົນພາຍໃນບ້ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຊົມເຊີຍຕໍ່ອ້າຍນ້ອງພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ທຸກທ່ານ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມທຸ້ມເທ ເພື່ອເຮັດໃຫ້ປະຊາຊົນມີຄວາມປອດໄພໃນການນໍາໃຊ້ທີ່ດິນ.

ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງ ລັດຖະບານຍີ່ປຸ່ນ 🇯🇵 ທີ່ໃຫ້ການຊ່ວຍເຫຼືອແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

ເຮົາຈະພາທ່ານໄປເບິ່ງວີດີໂອການທໍາລາຍລະເບີດ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ແຂວງ ຈໍາປາສັກ, ພ້ອມແລ້ວເຮົາມາເບິ່ງນໍາກັນເລີຍ!