ພິທີເປີດສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ໄດ້ຮັບການປັບປຸງໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2024 ທີ່ແຂວງຫຼວງພະບາງ ເຊິ່ງໄດ້ກາຍເປັນຂີດໝາຍອັນສຳຄັນຂອງຄວາມພະຍາຍາມໃນການໂຄສະນາວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ.
ເປັນກຽດເຂົ້າຮ່ວມພິທີເປີດສູນຢ້ຽມຢາມໃນຄັ້ງນີ້ໂດຍ ຜູ້ຕາງໜ້າຈາກກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ, ບັນດາອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ສື່ມວນຊົນເຂົ້າຮ່ວມ. ນອກຈາກນັ້ນ, ໂຄງການເກັບກູ້ລະເບີດແຫ່ງຊາດ ຍັງໄດ້ເຊີນຄູ-ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມ ແລະ ທ່ຽວຊົມສູນວາງສະແດງໃນຄັ້ງນີ້ອີກດ້ວຍ ເພື່ອເປັນການເຜີຍແຜ່ໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ເຖິງໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ຜົນກະທົບຂອງລະເບີດບໍ່ທັນແຕກຕໍ່ການດຳລົງຊີວິດຂອງປະຊາຊົນ.
ໃນພິທີດັ່ງກ່າວ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ກ່າວມີຄຳເຫັນວ່າ: “ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ແຫ່ງນີ້ ຈະເປັນສ່ວນໜຶ່ງໃນການສຶກສາປະຫວັດສາດຂອງຊາດລາວ ເຊິ່ງຈະເປັນປະໂຫຍດໃຫ້ແກ່ຮຸ່ນຄົນໃຫມ່ທີ່ເກີດຫຼັງສົງຄາມ ແລະ ບຸກຄົນທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ກ່ຽວກັບຜົນຮ້າຍຈາກສົງຄາມ ແລະ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ. ຂໍຂອບໃຈລັດຖະບານໄອແລນ, ອົງການຄອຍກາ ແລະ ອົງການ UNDP ທີ່ໃຫ້ການຊ່ວຍເຫຼືອໃນການປັບປຸງສູນຢ້ຽມຢາມຄັັ້ງນີ້”.
ການປັບປຸງສູນຢ້ຽມຢາມໃນຄັ້ງນີ້ ແມ່ນໄດ້ຮັບການຊີ້ນຳຈາກກະຊວງການຕ່າງປະເທດ ໂດຍການຊ່ວຍເຫຼືອຈາກອົງການ KOICA ແລະ ລັດຖະບານໄອແລນ ເຊິ່ງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເປັນຜູ້ຊ່ວຍເຫຼືອໃນການຊອກຫາແຫຼ່ງທຶນສະໜັບສະໜູນ.
ສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ເຊິ່ງຕັ້ງຢູ່ໃນພື້ນທີ່ທາງປະຫວັດສາດ ຂອງ ແຂວງ ຫຼວງພະບາງ ຖືໄດ້ວ່າເປັນແຫຼ່ງທ່ອງທ່ຽວທີ່ສຳຄັນແຫ່ງໜຶ່ງ. ສູນຢ້ຽມຢາມແຫ່ງນີ້ເຮັດໜ້າທີ່ອັນສຳຄັນໃນການຍົກສູງປູກຈິດສຳນຶກຕໍ່ກັບບັນຫາລະເບີດບໍ່ທັນແຕກ, ເປັນແຫຼ່ງຂໍ້ມູນຄວາມຮູ້ໃຫ້ແກ່ສາທາລະນະຊົນ, ພ້ອມທັງເຮັດໜ້າທີ່ໂຄສະນາເພື່ອລະດົມທຶນເຂົ້າໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.





