ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ສຳເລັດການຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ກຳນົດທິດທາງແຜນການປະຈໍາປີ ໃນລະຫວ່າງ ວັນທີ 13-15 ພະຈິກ 2024 ທີ່ ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ. ໃນມື້ສຸດທ້າຍຂອງກອງປະຊຸມແມ່ນໄດ້ດຳເນີນ ພາຍໃຕ້ ການເປັນປະທານຂອງ ທ່ານພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີບັນດາພາກສ່ວນທີ່ສຳຄັນເຂົ້າຮ່ວມ ໃນນັ້ນລວມມີ ບັນດາຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ຫ້ອງການໃຫຍ່ ຄກລ, ຫ້ອງການ ຄກລ ປະຈຳ 9 ແຂວງ, ບໍລິສັດ ເທັດທຣາ ເທັກ ແລະ ອົງການ ສປຊ ເພື່ອການພັດທະນາ ປະຈໍາລາວ ເຂົ້າຮ່ວມ.
ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງການປັບປຸງບັນດານິຕິກຳ ແລະ ລະບຽບການຕ່າງໆ ແລະ ຄວາມສະໝໍ່າສະເໝີຂອງການປະຕິບັດງານ. ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງຄວາມເຂົ້າໃຈໃຫ້ແກ່ ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ໃຫ້ມີຄວາມເຂົ້າໃຈຕໍ່ຂັ້ນຕອນວິທີການປະຕິບັດງານຂອງ ຄກລ. ນອກຈາກນັ້ນ ເພື່ອເປັນການກຳນົດການປະຕິບັດງານຂອງ ຄກລ ໃຫ້ເປັນມາດຕະຖານດຽວກັນ ແລະ ເອກະພາບກັນທົ່ວ 9 ແຂວງ ທ່ານຈຶ່ງໄດ້ແນະນຳໃຫ້ມີການປັບປຸງຮອບວຽນຂອງການປະຕິບັດວຽກງານຂອງບັນດາທີມງານພາກສະໜາມອີກດ້ວຍ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 3 ວັນ ເຊິ່ງເປັນໂອກາດອັນດີໃນການທົບທວນຄືນບັນດາຄວາມຄືບໜ້າ ແລະ ບັນດາສິ່ງທ້າທາຍໃນການປະຕິບັດວຽກງານແຕ່ລະດ້ານຂອງ ຄກລ ໃນປີ 2024. ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ສະຫຼຸບຕີລາຄາຜົນສຳເລັດຂອງ ຄກລ ໃນທົ່ວ 9 ແຂວງ, ມີການປຶກສາຫາລືດ້ານວິຊາການເພື່ອຄົ້ນຄວ້າແນວທາງໃນການແກ້ໄຂບັນດາຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ເພື່ອປັບປຸງການປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ. ກອງປະຊຸມຍັງໄດ້ກຳນົດແຜນປະຕິບັດງານສຳລັບປີ 2025 ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຢ່າງຊັດເຈນ ເພື່ອແນໃສ່ຄວາມພະຍາຍາມໃນການເກັບກູ້ລະເບີດບໍ່ທັນແຕກ ແລະ ການໂຄສະນາສຶກສາຄວາມສ່ຽງ ເພື່ອຫຼຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍ ຈາກ ລບຕ ໃນຂອບເຂດທົ່ວປະເທດ.
ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງເປັນການຢືນຢັນຕໍ່ຄວາມມຸ່ງໝັ້ນຂອງ ຄກລ ໃນການປັບປຸງການປະຕິບັດງານໃຫ້ມີປະສິທິຜົນສູງຂຶ້ນກວ່າເກົ່າ ເພື່ອປະກອບສ່ວນໃຫ້ແກ່ການນໍາໃຊ້ທີ່ດິນດ້ວຍຄວາມປອດໄພ ແລະ ການພັດທະນາໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ.