ທີ່ ນະຄອນຫຼວງວຽງຈັນ – ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ປະຈໍາລາວ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອດໍາເນີນໂຄງການຮ່ວມມືທາງດ້ານວິຊາການໄລຍະໃໝ່ ແນໃສ່ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ຂອງ ຄກລ.
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນໄດ້ເຊັນໃນວັນທີ 28 ພະຈິກ 2024 ຢູ່ທີ່ ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ ເຊິ່ງຕາງໜ້າລົງນາມໂດຍ ທ່ານ ໂນຣິຢູກິ ອິໂຕະ, ຮອງຜູ້ຕາງໜ້າ ອົງການໄຈກາ ປະຈໍາລາວ ແລະ ທ່ານ ອານຸສັກ ພົງສາ, ຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ.
ໂຄງການຮ່ວມມືໄລຍະໃໝ່ ແມ່ນມີໄລຍະການຈັດຕັ້ງປະຕິບັດ 3 ປີ ພາຍໃຕ້ ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ ເດືອນ ພຶດສະພາ 2025 ໄປຈົນເຖິງ ເດືອນ ເມສາ 2028. ການສືບຕໍ່ໃຫ້ການຊ່ວຍເຫຼືອຂອງອົງການໄຈກາ ແມ່ນເປັນຂີດໝາຍອັນສໍາຄັນເພື່ອສະໜັບສະໜູນຄວາມພະຍາຍາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ໃນການຫຼຸດຜ່ອນໄພຂົ່ມຂູ່ ແລະ ປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນທີ່ອາໃສຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໃຫ້ມີຄວາມປອດໄພ.