ທີ່ ນະຄອນຫຼວງວຽງຈັນ – ລັດຖະບານສະຫະລັດອາເມລິກາ ໄດ້ປະກອບສ່ວນອັນສຳຄັນເພື່ອໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ), ແນ່ໃສ່ເພື່ອເພີ່ມປະສິດທິພາບໃນການປະຕິບັດງານຢູ່ບັນດາແຂວງທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ. ການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍໃຫ້ ຄກລ ສາມາດຂະຫຍາຍກຳລັງໃນການເກັບກູ້, ປັບປຸງສະພາບການເດີນທາງໃຫ້ມີຄວາມສະດວກຫຼາຍຂຶ້ນເພື່ອເຄື່ອນໄຫວວຽກງານຢູ່ເຂດຫ່າງໄກສອກຫຼີກ ແລະ ຍົກສູງປະສິດທິພາບໂດຍລວມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ, ທັງເປັນການປະກອບສ່ວນໂດຍກົງເພື່ອຊ່ວຍເຫຼືອໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໃນຂອບເຂດທົ່ວປະເທດ.
ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນມີມູນຄ່າທັງໝົດ 3,132,640 ໂດລາສະຫະລັດ, ເຊິ່ງລວມມີ ລົດໂຕໂຢຕາແລນກຸຍເຊີຮາດທັອບ ຈຳນວນ 54 ຄັນ, ລົດກະບະໂຕໂຢຕາແລນກຸຍເຊີ ຈຳນວນ 6 ຄັນ ແລະ ລົດຈັກຮອນດາເວບ 47 ຄັນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານພາກສະໜາມ. ນອກຈາກນັ້ນ, ການຊ່ວຍເຫຼືອຄັ້ງນີ້ຍັງລວມມີ ຫ້ອງນ້ຳ ແລະ ຫ້ອງອາບນ້ຳ ແບບຕູ້ຄອນເທນເນີ້, ແຜ່ນພື້ນເບຕົງສຳລັບຕິດຕັ້ງເຕັ້ນສະໜາມ, ເຄື່ອງກວດລະເບີດວາລອນ (ເຄື່ອງກວດຕື້ນ) ຈຳນວນ 185 ເຄື່ອງ, ເຄື່ອງກວດລະເບີດເອບິນເຈີ (ເຄື່ອງກວດເລິກ) ຈຳນວນ 64 ເຄື່ອງ ແລະ ຕູ້ເຢັນ 64 ໜ່ວຍ ລວມທັງອຸປະກອນອື່ນໆທີ່ຈຳເປັນ ເພື່ອສະໜັບສະໜູນ ໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງ ຄກລ.
ພິທີ ມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2024 ຢູ່ທີ່ ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ເຮເທີ ວາເຣຍອາວາ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ໂຄງການເກັບກູ້ລະເບີດແຫ່ງຊາດ, ສະຖານທູດສະຫະລັດອາເມລິກາ ປະຈໍາລາວ ແລະ ບໍລິສັດ ເທັດທຣາ ເທັກ.
ໃນພິທີດັ່ງກ່າວ ທ່ານ ນາງ ເຮເທີ ວາເຣຍອາວາ, ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວມີຄໍາເຫັນວ່າ “ຖ້າຫາກນັບຈຳນວນພາຫະນະທັງໝົດລວມທັງຈຳນວນທີ່ໄດ້ມອບການຊ່ວຍເຫຼືອໃນມື້ນີ້ ຖືວ່າລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານພາຫະນະທັງໝົດຈຳນວນ 130 ຄັນ ໃຫ້ແກ່ ຄກລ ນັບແຕ່ປີ 2018 ເປັນຕົ້ນມາ. ໃນປີນີ້, ມູນຄ່າການຊ່ວຍເຫຼືອດ້ານງົບປະມານຈາກລັດຖະບານສະຫະລັດອາເມລິກາ ທີ່ສະໜອງໃຫ້ແກ່ ຄກລ ແມ່ນມີມູນຄ່າທັງໝົດເກືອບ 10 ລ້ານ ໂດລາສະຫະລັດ.”
ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ໃຫ້ກຽດກ່າວມີຄຳເຫັນວ່າ “ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງ ລັດຖະບານສະຫະລັດອາເມລິກາ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ. ການຊ່ວຍເຫຼືອໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ, ການຫຼຸດຜ່ອນຄວາມທຸກຍາກ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໂດຍສະເພາະຢູ່ໃນ 6 ແຂວງ ທີ່ ລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນ. ພ້ອມດຽວກັນນີ້, ການຊ່ວຍເຫຼືອດັ່ງກ່າວ ແມ່ນຍັງປະກອບສ່ວນໂດຍກົງ ໃຫ້ແກ່ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 18 (SDG 18 ວ່າດ້ວຍ ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ) ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ ປະຊາຊົນລາວບັນດາເຜົ່າ ທີ່ອາໄສຢູ່ໃນພື້ນທີ່ທີ່ມີລະເບີດບໍ່ທັນແຕກຕົກຄ້າງ ໃຫ້ສາມາດດຳລົງຊີວິດ ແລະ ທຳມາຫາກິນໄດ້ຢ່າງປອດໄພ ໂດຍປາສະຈາກຄວາມຢ້ານກົວ. ລັດຖະບານສະຫະລັດອາເມລິກາ ເປັນຄູ່ຮ່ວມພັດທະນາທີ່ໃຫ້ການຊ່ວຍເຫຼືອແກ່ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຫຼາຍທີ່ສຸດ, ເຊິ່ງໄດ້ໃຫ້ການຊ່ວຍເຫຼືອນັບແຕ່ປີ 1995 ເປັນຕົ້ນມາ ແລະ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອໃນປະຈຸບັນ. ການຮ່ວມມືດັ່ງກ່າວນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອເກັບກູ້ພື້ນທີ່ໃຫ້ເກີດມີການພັດທະນາ ແລະ ຫຼຸດຜ່ອນຈໍານວນອຸປະຕິເຫດ ແລະ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ”.
ການສືບຕໍ່ໃຫ້ການຊ່ວຍເຫຼືອ ຂອງ ລັດຖະບານສະຫະລັດອາເມລິກາ ແມ່ນເປັນຂີດໝາຍອັນສຳຄັນທີ່ໄດ້ໃຫ້ຄຳໝັ້ນສັນຍາເພື່ອຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນການແກ້ໄຂບັນດາສິ່ງທ້າທາຍຈາກຜົນກະທົບຂອງລະເບີດບໍ່ທັນແຕກ ແລະ ຊ່ວຍສ້າງຊຸມຊົນໃຫ້ມີຄວາມປອດໄພໃນຂອບເຂດທົ່ວປະເທດ.