ໃນວັນທີ 25 ທັນວາ 2024, ບໍລິສັດ ອິີອອນບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ມອບທຶນຊ່ວຍເຫຼືອ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ມູນຄ່າ 80,000,000 ກີບ (ແປດສິບລ້ານກີບ) ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວກິດຈະກໍາ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ.

ທ່ານ ຄາຊຶໂນບຸ ເກນດາ, ຮອງປະທານ ບໍລິສັດ ອີອອນບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ໄດ້ກ່າວສະແດງເຈດຈໍານົງໃນການໃຫ້ການຊ່ວຍເຫຼືອແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ຄັ້ງນີ້ວ່າ: ການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ມາຈາກຜົນກໍາໄລຂອງບໍລິສັດທີ່ດໍາເນີນທຸລະກິດຢູ່ ສປປ ລາວ ໃນປີ 2024, ສະນັ້ນ, ທາງບໍລິສັດຈຶ່ງມີເຈດຈໍານົງໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ເຊິ່ງທາງບໍລິສັດເຫັນວ່າວຽກງານດ້ານມະນຸດສະທຳໃນການແກ້ໄຂບັນຫາລະເບີດບໍ່ທັນແຕກເພື່ອປັງປຸງຊີວິດການເປັນຢູ່ຂອງປະຊາຊົນ ແມ່ນເຂົ້າກັບເປົ້າໝາຍການຊ່ວຍເຫຼືອຂອງທາງບໍລິສັດ, ເຖິງແມ່ນວ່າການຊ່ວຍເຫຼືອໃນຄັ້ງນີ້ຈະມີມູນຄ່າບໍ່ຫຼາຍ ແຕ່ກໍ່ມີຄວາມຍິນດີຢ່າງຍິ່ງທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ເຄື່ອນໄຫວວຽກງານດ້ານມະນຸດສະທໍາຢູ່ຫຼາຍແຂວງ ແລະ ທາງບໍລິສັດ ກໍ່ມີຄວາມຍິນດີທີ່ຈະໃຫ້ການຊ່ວຍເຫຼືອແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ຕື່ມອີກໃນຕໍ່ໜ້າ.

ທ່ານ ອານຸສັກ ພົງສາ, ຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ບໍລິສັດ ອີອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈໍາກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ນັບແຕ່ປີ 2022 ເປັນຕົ້ນມາລວມທັງການຊ່ວຍເຫຼືອໃນຄັ້ງນີ້ເຊັ່ນດຽວກັນ ລວມເປັນມູນຄ່າທັງໝົດຫຼາຍກວ່າ 140,000,000 ກີບ, ເຊິ່ງບໍລິສັດ ອີອອນບໍລິການເຊົ່າສິນເຊື່ອ (ລາວ) ຖືໄດ້ວ່າເປັນພາກສ່ວນເອກະຊົນພຽງບໍລິສັດດຽວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດແຫ່ງຊາດ. ການຊ່ວຍເຫຼືອດັ່ງກ່າວ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການຈັດຕັ້ງປະຕິບັດກິດຈະກໍາ ໂດຍສະເພາະແມ່ນວຽກງານໂຄສະນາສຶກສາຄວາມສ່ຽງ ເພື່ອແນໃສ່ຫຼຸດຜ່ອນຈໍານວນອຸປະຕິເຫດ ແລະ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ. ສະນັ້ນ, ໂຄງການເກັບກູ້ລະເບີດແຫ່ງຊາດ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບໍລິສັດຕື່ມອີກໃນຕໍ່ໜ້າ.