ໃນປີ 2025, ພິທີສະເຫຼີມສະຫຼອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຄົບຮອບ 20 ປີ ແມ່ນໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອະນາຄົດທີ່ປອດໄພ ເລີ່ມຕົ້ນຈາກພວກເຮົາ”. ![]()
ນັບແຕ່ປີ 1996 ເປັນຕົ້ນມາ, ໂຄງການເກັບກູ້ລະເບີດແຫ່ງຊາດ ເປັນອົງການປະຕິບັດງານທີ່ນຳໜ້າພາທາງຢ່າງຕັ້ງໜ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ – ເຊິ່ງພາລະກິດດັ່ງກ່າວສາມາດດຳເນີນໄປໄດ້ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງຂອງບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານຕ່າງໆ. ![]()
![]()
ມື້ນີ້, ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ປະຊາຄົມໂລກ ສຳລັບຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ການປະກອບສ່ວນຊ່ວຍເຫຼືອຈຶ່ງເຮັດພວກເຮົາສາມາດຍາດໄດ້ຜົນສຳເລັດອັນສຳຄັນໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ.
ວຽກງານເກັບກູ້ລະເບີດບໍ່ທັນແຕກ ບໍ່ພຽງແຕ່ເກັບກູ້ສິ່ງເສດເຫຼືອຈາກສົງຄາມ – ແຕ່ຍັງເປັນການກອບກູ້ກຽດສັກສີ
, ການຂະຫຍາຍຂອບເຂດພື້ນທີ່
ແລະ ເຮັດໃຫ້ຊຸມຊົນສາມາດບຸກເບີກນຳໃຊ້ທີ່ດິນໄດ້ຢ່າງປອດໄພເພື່ອການຜະລິດກະສິກຳ, ການສຶກສາ
ແລະ ໂອກາດໃນການພັດທະນາເສດຖະກິດ
.
ພວກເຮົາຈົ່ງພ້ອມກັນເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງທີ 18 ຂອງ ສປປ ລາວ ວ່າດ້ວຍ: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ປະກົດຜົນເປັນຈິງ
– ແລະ ຮັບປະກັນວ່າ ອານາຄົດທີ່ປອດໄພ ແມ່ນເລີ່ມຕົ້ນຈາກພວກເຮົາຢ່າງແທ້ຈິງ.

