ໂຄງການຮ່ວມມືດ້ານວິຊາການ ລະຫວ່າງ ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ ພາຍໃຕ້ ໂຄງການ ການພັດທະນາຊັບພະຍາກອນມະນຸດ ເພື່ອເສີມສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ຂອງ ຄກລ ໄດ້ຖືກສ້າງຂຶ້ນຢ່າງເປັນທາງການໃນເດືອນມິຖຸນາ 2025 ເພື່ອຍົກສູງດ້ານການຄຸ້ມຄອງການຈັດຕັ້ງ ແລະ ການປະຕິບັດງານພາກສະໜາມ ຜ່ານການພັດທະນາຊັບພະຍາກອນມະນຸດ ໂດຍເນັ້ນໃສ່ການສ້າງຄວາມສາມາດໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ເຊິ່ງເປັນຮາກຖານສໍາລັບການພັດທະນາແບບຍືນຍົງ.

ໃນຂອບເຂດວຽກງານຂອງຄວາມພະຍາຍາມດັ່ງກ່າວ, ປະຈຸບັນ ຄກລ ກຳລັງດຳເນີນຂະບວນການພັດທະນາແຜນຍຸດທະສາດໄລຍະຍາວ (2027–2036). ໃນລະຫວ່າງວັນທີ 7–8 ສິງຫາ 2025 ທີ່ຜ່ານມາ, ບາດກ້າວທີ່ສຳຄັນຂອງຂະບວນການດັ່ງກ່າວໄດ້ຮັບການລິເລີ່ມຈັດຕັ້ງປະຕິບັດ ໂດຍການສະໜັບສະໜູນ ຈາກ ອົງການຮ່ວມມືສາກົນຍີ່ປຸ່ນ.

ກອງປະຊຸມປຶກສາຫາລືດ້ານວິຊາການໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ເຊິ່ງພະນັກງານ ຄກລ ຈາກ 9 ແຂວງ ໄດ້ມາເຂົ້າຮ່ວມກອງປະຊຸມເພື່ອແລກປ່ຽນແນວຄວາມຄິດຄວາມຕ້ອງການຕົ້ນຕໍ ບໍ່ວ່າຈະເປັນການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ, ຄວາມຕ້ອງການດ້ານຊັບພະຍາກອນ ລວມທັງ ສິ່ງອຳນວຍຄວາມສະດວກຕ່າງໆ. ໃນມື້ຖັດມາ ແມ່ນໄດ້ສືບຕໍ່ຈັດກອງປະຊຸມຄະນະຊີ້ນຳໂຄງການຄັ້ງທີ 1 ຢູ່ທີ່ ແຂວງ ບໍລິຄຳໄຊ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ກ່ຽວກັບ ຄວາມຄືບໜ້າຂອງໂຄງການ, ການປັບປຸງຕາຕະລາງອອກແບບໂຄງການ ແລະ ແຜນດໍາເນີນງານປະຈຳປີ.

ການດໍາເນີນກິດຈະກໍາເຫຼົ່ານີ້ແມ່ນເປັນພື້ນຖານອັນສໍາຄັນ ເພື່ອຮັບປະກັນໃຫ້ແຜນຍຸດທະສາດສະບັບໃໝ່ສອດຄ່ອງກັບຄວາມເປັນຈິງໃນການຈັດຕັ້ງປະຕິບັດ ໂດຍຍຶດໝັ້ນຕໍ່ວິໄສທັດທີ່ໄດ້ປຶກສາຫາລືຮ່ວມກັນຂອງບັນດາຫ້ອງການ ຄກລ ໃນຂອບເຂດທົ່ວປະເທດ.