ມູນນິທິອິໂຕະ ປະເທດຍີ່ປຸ່ນ ໄດ້ມອບອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາຄວາມສ່ຽງ ຂອງ ຄກລ ທີ່ເຄື່ອນໄຫວຢູ່ໃນ 9 ແຂວງ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ແນໃສ່ເພື່ອຫຼຸດຜ່ອນຈຳນວນຜູ້ຖືກເຄາະຮ້າຍ ແລະ ອຸປະຕິເຫດຈາກລະເບີດບໍ່ທັນແຕກ.

ພິທີ ມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2025 ຢູ່ທີ່ ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອານຸສັກ ພົງສາ ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ທ່ານ ຄິໂນະ ຮິໂຣອາກິ ຫົວໜ້າຄະນະຜູ້ບໍລິຫານມູນນິທິອິໂຕະ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກງານຂອງທັງສອງພາກສ່ວນເຂົ້າຮ່ວມ.

ນັບແຕ່ປີ 2006 ເປັນຕົ້ນມາ ມູນນິທິອິໂຕະ ໄດ້ໃຫ້ການຊ່ວຍເຫຼືອແກ່ ຄກລ ຈຳນວນ 4 ຄັ້ງ ແລະ ຄັ້ງນີ້ແມ່ນຄັ້ງທີ 5 ທີ່ມູນນິທິອິໂຕະໃຫ້ການຊ່ວຍເຫຼືອ ເຊິ່ງມີມູນຄ່າທັງໝົດຈຳນວນ 20,000 ໂດລາສະຫະລັດ ເພື່ອສະໜັບສະໜູນການຈັດຊື້ອຸປະກອນ ແລະ ຜະລິດເຄື່ອງແຈກຢາຍທີ່ຈຳເປັນ ສຳລັບການເຄື່ອນໄຫວວຽກງານໂຄສະນາສຶກສາຄວາມສ່ຽງຂອງ ຄກລ.

ຜູ້ອຳນວຍການ ຄກລ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງມູນນິທິອິໂຕະ ທີ່ໄດ້ໃຫ້ການສະໜັບສະໜູນແກ່ໂຄງການເກັບກູ້ລະເບີດແຫ່ງຊາດຕະຫຼອດມາ ແລະ ໄດ້ເນັ້ນຢ້ຳວ່າ “ການຊ່ວຍເຫຼືອຂອງມູນນິທິອິໂຕະ ແມ່ນໄດ້ປະກອບສ່ວນໂດຍກົງເຂົ້າໃນຄວາມພະຍາຍາມຂອງລັດຖະບານແຫ່ງ ສປປ ລາວ ໃນການຫຼຸດຜ່ອນຈຳນວນຜູ້ຖືກເຄາະຮ້າຍ ແລະ ອຸປະຕິເຫດຈາກລະເບີດບໍ່ທັນແຕກ ລວມທັງການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນລາວບັນດາເຜົ່າ”.

ພ້ອມດຽວກັນນັ້ນ, ຫົວໜ້າຄະນະຜູ້ບໍລິຫານມູນນິທິອິໂຕະ ໄດ້ສະແດງຄວາມຂອບໃຈຕໍ່ ຄກລ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ກຽດກ່າວບົດຄຳເຫັນຂອງປະທານມູນນິທິອິໂຕະໃນບາງຕອນວ່າ: “ເປັນເວລາເກືອບ 10 ປີແລ້ວນັບຕັ້ງແຕ່ຄັ້ງຫຼ້າສຸດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມ ຄກລ ແລະ ຂ້າພະເຈົ້າຍັງບໍ່ເຄີຍລືມວ່າ ສປປ ລາວ ໄດ້ຮັບຜົນກະທົບຈາກສິ່ງເສດເຫຼືອຂອງສົງຄາມ ແລະ ຄກລ ຍັງບໍ່ລົດລະຄວາມພະຍາຍາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນສິ່ງທີ່ປະທັບໃຈໃຫ້ແກ່ຂ້າພະເຈົ້າ, ເຖິງວ່າການຊ່ວຍເຫຼືອຂອງມູນນິທິອິໂຕະຈະມີມູນຄ່າບໍ່ຫຼາຍ ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າຖ້າຫາກເຮົາກ້າວໄປຂ້າງໜ້າເລື້ອຍໆ ກໍ່ຈະສາມາດຂະຫຍາຍວົງກວ້າງຂອງສັນຕິພາບ ແລະ ປົກປ້ອງຊີວິດຂອງຜູ້ຄົນຈຳນວນຫຼາຍໄດ້”.

ນອກຈາກນັ້ນ, ຄະນະຜູ້ແທນມູນນິທິອິໂຕະ ຍັງໄດ້ຢ້ຽມຢາມ ແລະ ຮັບຊົມການປະຕິບັດວຽກງານພາກສະໜາມ ແລະ ຢ້ຽມຊົມສູນຢ້ຽມຢາມໂຄງການເກັບກູ້ລະເບີດ ຂອງ ຄກລ ຢູ່ ແຂວງ ຫຼວງພະບາງ ອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈມາຍັງມູນນິທິອິໂຕະ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າມູນນິທິອິໂຕະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ຄກລ ຕື່ມອີກໃນຕໍ່ໜ້າ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.