ໃນວັນທີ 23 ກັນຍາ 2025, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຢູ່ສະຖານທີ່ປຸກສ້າງອາຄານຫ້ອງການຫຼັງໃໝ່ ຂອງ ຄກລ ປະຈໍາ ແຂວງ ຫຼວງພະບາງ ເຊິ່ງໃຫ້ການສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ຜ່ານ ບໍລິສັດ ເທັດທຣາ ເທັກ.

ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ໃນ 6 ແຂວງຄື ຫຼວງພະບາງ, ຫົວພັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື ລວມທັງ ການປະຕິບັດງານຂອງຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ.

ໃນປີ 2024, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອແກ່ ຄກລ ເພື່ອປັບປຸງພື້ນຖານໂຄງລ່າງ ເຊິ່ງໄດ້ສໍາເລັດການປຸກສ້າງຫ້ອງການຫຼັງໃໝ່ ໃຫ້ແກ່ ຄກລ ປະຈໍາ ແຂວງ ຄໍາມ່ວນ ແລະ ຫໍພັກພະນັກງານ ໃຫ້ແກ່ ຄກລ ປະຈໍາ ແຂວງ ສະຫວັນນະເຂດ. ໃນປີ 2025, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເພີ່ມຕື່ມແກ່ ຄກລ ເພື່ອສືບຕໍ່ປັບປຸງບັນດາພື້ນຖານໂຄງລ່າງຢູ່ແຂວງອື່ນໆ ເຊິ່ງໃນນັ້ນລວມມີການປຸກສ້າງຫ້ອງການຫຼັງໃໝ່ ໃຫ້ແກ່ ຄກລ ປະຈໍາ ແຂວງ ຫຼວງພະບາງ, ຫົວພັນ ແລະ ສາລະວັນ ລວມທັງ ການປັບປຸງສະຖານທີ່ຢູ່ອາໃສ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢູ່ໃນ 6 ແຂວງ ທີ່ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນ.

ໂຄງການເກັບກຸ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈມາຍັງລັດຖະບານສະຫະລັດອາເມລິກາ ທີ່ໃຫ້ການສະໜັບສະໜູນການປະຕິບັດງານພາກສະໜາມ ແລະ ຊ່ວຍເຫຼືອໃນການປັບປຸງສະພາບແວດລ້ອມຂອງສະຖານທີ່ເຮັດວຽກ ແລະ ສະຖານທີ່ຢູ່ອາໃສ ໃຫ້ແກ່ ພະນັກງານ ທີ່ເອົາໃຈໃສ່ທຸກຄວາມພະຍາຍາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.