ໃນວັນທີ 15 ຕຸລາ 2025, ສູນຢ້ຽມຢາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ຫຼວງພະບາງ ໄດ້ເປັນກຽດຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ທານາກະ ອາກິຮິໂກະ, ປະທານ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ).

ຄະນະຢ້ຽມຢາມໄດ້ຮັບການຕ້ອນຮັບໂດຍ ທ່ານ ພອນປະເສີດ ສຸພັດທອນ, ຫົວໜ້າຫ້ອງການ ຄກລ ປະຈຳ ແຂວງ ຫຼວງພະບາງ, ທ່ານ ຄຳຫຼ້າ ບໍລິບູນ, ຮອງຫົວໜ້າ ຫ້ອງການ ຄກລ ປະຈຳ ແຂວງ ຫຼວງພະບາງ ແລະ ທ່ານ ໄດຊຶເກະ ຊາກິຢະ, ຫົວໜ້າທີ່ປຶກສາ ປະຈຳ ໂຄງການຮ່ວມມື ຄກລ – ໄຈກາ ພ້ອມດ້ວຍພະນັກງານ ຄກລ ກໍໄດ້ເຂົ້າຮ່ວມຕ້ອນຮັບການຢ້ຽມຢາມຄັ້ງນີ້. ຄະນະຢ້ຽມຢາມ ໄດ້ເຂົ້າຊົມ ແລະ ຮັບຟັງການລາຍງານ ກ່ຽວກັບ ສະພາບການແກ້ໄຂບັນຫາລະເບີດບໍ່ທັນແຕກໃນປະຈຸບັນ, ການປະຕິບັດວຽກງານພາກສະໜາມ ແລະ ການສະໜັບສະໜູນຈາກບັນດາຜູ້ໃຫ້ທຶນ ລວມທັງ ການປະກອບສ່ວນທີ່ສຳຄັນ ຂອງ ອົງການໄຈກາ ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.

ນອກຈາກນັ້ນ, ທ່ານ ຊາກິຢະ ຍັງໄດ້ນຳສະເໜີກ່ຽວກັບ “ໂຄງການພັດທະນາຊັບພະນາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງຂອງ ຄກລ” ເຊິ່ງໄດ້ຍົກໃຫ້ເຫັນການຮ່ວມມືໃນປະຈຸບັນ ທີ່ແນໃສ່ການພັດທະນາຂີດຄວາມສາມາດຂອງບຸກຄະລາກອນ ແລະ ສະໜັບສະໜູນໃນການສ້າງແຜນຍຸດທະສາດຂອງ ຄກລ (2027-2036) ເພື່ອສົ່ງເສີມການບໍລິຫານຄຸ້ມຄອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກແບບຍືນຍົງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນ.

ອົງການໄຈກາ ເປັນຄູ່ຮ່ວມງານໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ມາຢ່າງຍາວນານ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອຜ່ານອົງການໄຈກາ ໃນການສະໜັບສະໜູນທາງດ້ານວິຊາການ ເຊິ່ງໄດ້ຊ່ວຍຍົກລະດັບດ້ານປະສິດທິພາບ ແລະ ຜົນກະທົບໃຫ້ແກ່ການສຳຫຼວດ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ພ້ອມນັ້ນ ຍັງຊ່ວຍສົ່ງເສີມການຮ່ວມມືສາກົນ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ຍືນຍົງ.

ຄກລ ຂໍສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງຈາກ ອົງການໄຈກາ ໃນການສົ່ງເສີມເຮັດໃຫ້ພື້ນທີ່ມີຄວາມປອດໄພຕໍ່ສະພາບແວດລ້ອມສຳລັບທຸກຄົນໃນສັງຄົມ.