ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 20 ຕຸລາ 2025 – ລັດຖະບານຍີ່ປຸ່ນ ໄດ້ຢືນຢັນການສະໜັບສະໜູນຢ່າງຕໍ່ເນື່ອງຕໍ່ຄວາມພະຍາຍາມລະດັບຊາດ ຂອງ ສປປ ລາວ ໃນການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອຄັ້ງໃໝ່ຈຳນວນ 673 ລ້ານເຢນ (ປະມານ 4.5 ລ້ານໂດລາສະຫະລັດ). ການປະກອບສ່ວນດັ່ງກ່າວ ແມ່ນຈະສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ 3 ແຂວງ ພາກໃຕ້ ຄື: ສາລະວັນ, ເຊກອງ ແລະ ຈຳປາສັກ.

ພິທີລົງນາມເອກະສານແລກປ່ຽນໃນການໃຫ້ທຶນສະໜັບສະໜູນ ໄດ້ຈັດຂຶ້ນຢູ່ກະຊວງການຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ. ເອກະສານດັ່ງກ່າວໄດ້ລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ເຊິ່ງຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ໂຄອິຊຸມິ ຊຶໂຕມຸ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ຕາງໜ້າໃຫ້ແກ່ ລັດຖະບານຍີ່ປຸ່ນ.

ປະເທດຍີ່ປຸ່ນ ຍັງຄົງເປັນໜຶ່ງໃນປະເທດພັນທະມິດທີ່ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ໂດຍໃຫ້ການສະໜັບສະໜູນເຂົ້າໃນວຽກງານໂຄສະນາສຶກສາຄວາມສ່ຽງ, ວຽກງານເກັບກູ້ລະເບີດ ແລະ ການພັດທະນາຂີດຄວາມສາມາດໃຫ້ແກ່ບັນດາສະຖາບັນທີ່ເປັນອົງການຈັດຕັ້ງແຫ່ງຊາດ ເພື່ອຮັບປະກັນໃຫ້ຊຸມຊົນສາມາດດຳລົງຊີວິດໄດ້ຢ່າງປອດໄພຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ.