ໃນວັນທີ 8 ພະຈິກ 2025 ທີ່ຜ່ານມາ ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ 500 ປອນ ຈໍານວນ 1 ໜ່ວຍ ຢູ່ເສັ້ນທາງໝາຍເລກ 20 ໃນບໍລິເວນທີ່ກຳລັງມີການກໍ່ສ້າງຂົວຂ້າມນ້ຳເຊເສັດ ພາຍໃນເຂດບ້ານ ແສນວັງໃຫ່ຍ, ເມືອງ ສາລະວັນ, ແຂວງ ສາລະວັນ.
ພະນັກງານຂອງບໍລິສັດ SECC ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ໄດ້ພົບເຫັນລະເບີດໃຫຍ່ໃນລະຫວ່າງການຂຸດຈົກດິນຢູ່ໃນບໍລິເວນພື້ນທີ່ກໍ່ສ້າງຂົວໃໝ່ ແລະ ໄດ້ລາຍງານໃຫ້ແກ່ ອົງການປົກຄອງທ້ອງຖິ່ນ ແຂວງ ສາລະວັນ ເພື່ອຊາບ, ເຊິ່ງອົງການປົກຄອງທ້ອງຖິ່ນ ກໍ່ໄດ້ປະສານສົມທົບ ແລະ ແຈ້ງໃຫ້ຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ສາລະວັນ ເພື່ອສົ່ງເຈົ້າໜ້າທີ່ລົງກວດກາ ແລະ ພິສູດດ້ານວິຊາການ.
ຜ່ານການພິສູດດ້ານວິຊາການໃຫ້ຮູ້ວ່າລະເບີດດັ່ງກ່າວແມ່ນປະເພດ MK 82 ນ້ຳໜັກ 500 ປອນ ທີ່ຍັງມີຄວາມອັນຕະລາຍ ເຊິ່ງເຈົ້າໜ້າທີ່ຕ້ອງໄດ້ວາງແຜນກະກຽມເຄື່ອນຍ້າຍຕາມຂັ້ນຕອນດ້ານວິຊາການ ແລະ ນຳໄປທຳລາຍຢູ່ສະຖານທີ່ສະເພາະ ເພື່ອຮັບປະກັນດ້ານຄວາມປອດໄພໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ຜູ້ສັນຈອນໄປມາຕາມເສັ້ນທາງໝາຍເລກ 20.

