ໂຄງການເກັບກູ້ລະເບີດແຫ່ງຊາດ ສໍາເລັດການຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ກຳນົດທິດທາງແຜນການ ປະຈໍາປີ 2026. ກອງປະຊຸມໄດ້ດຳເນີນເປັນເວລາ 3 ວັນ ເຊິ່ງໄດ້ຈັດຂຶ້ນຢູ່ ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ ແລະ ໃນມື້ສຸດທ້າຍຂອງກອງປະຊຸມ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມນັ້ນ ກອງປະຊຸມຍັງໄດ້ຕ້ອນຮັບບັນດາຜູ້ເຂົ້າຮ່ວມຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ), ອົງການລະບົບຮ່ວມມືສາກົນຍີ່ປຸ່ນ (ຈິກສ໌) ແລະ ບໍລິສັດ ເທັດທຣາ ເທັກ ພ້ອມດ້ວຍ ພະນັກງານ ຫ້ອງການໃຫຍ່ ຄກລ ແລະ ຫ້ອງການ ຄກລ ປະຈຳ 9 ແຂວງ ເຂົ້າຮ່ວມ.

ບັນດາຜູ້ເຂົ້າຮ່ວມໄດ້ທົບທວນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຂອງ ຄກລ ປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນດ້ານຜົນສຳເລັດ, ບັນດາສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບສະພາບການລະດົມທຶນ, ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ແລະ ແຜນບູລິມະສິດສຳລັບປີ 2026 ຂອງໂຄງການເກັບກູ້ລະເບີດແຫ່ງຊາດ.

ໂຄງການເກັບກູ້ລະເບີດແຫ່ງຊາດ ມີຄວາມມຸ່ງໝັ້ນເພື່ອສ້າງຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງຕົົນ ເພື່ອ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 18 ຂອງ ສປປ ລາວ – ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.