ໃນວັນທີ 22 ພະຈິກ 2025, ກອງປະຊຸມວິຊາການ ຄັ້ງທີ 2 ລະຫວ່າງ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ພາຍໃຕ້ “ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ຂອງ ຄກລ” ໄດ້ຖືກຈັດຂຶ້ນທີ່ ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ທ່ານ ໄດຊຶເກະ ຊາກິຢະ, ຫົວໜ້າທີ່ປຶກສາ ໂຄງການຮ່ວມມື ຄກລ-ໄຈກາ.
ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກຫ້ອງການໃຫຍ່ ຄກລ ແລະ ຫ້ອງການ ຄກລ ປະຈຳ 9 ແຂວງ ເຊິ່ງໄດ້ເນັ້ນໃສ່ຮ່າງແຜນຍຸດທະສາດໄລຍະຍາວທີ່ໄດ້ມີການພັດທະນາມາຈາກເອກະສານແນວຄວາມຄິດ, ຄຳຕອບໃນແບບສອບຖາມ (ຄຳຕອບທີ່ສັງລວມໄດ້ຈາກບັນດາຫ້ອງການ ຄກລ 9 ແຂວງ ແລະ ບັນດາໜ່ວຍງານປະຈໍາຫ້ອງການໃຫຍ່ ຄກລ) ແລະ ບົດຮຽນທີ່ຖອດຖອນໄດ້ຈາກອົງການເກັບກູ້ມິນແຫ່ງປະເທດກໍາປູເຈຍ CMAC, ໂດຍການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ອົງການໄຈກາ ແລະ ຄກລ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງຄຳຄິດເຫັນ, ການແລກປ່ຽນແນວຄວາມຄິດ ແລະ ການປັບປຸງຮ່າງແຜນຍຸດທະສາດຢ່າງມີສ່ວນຮ່ວມ ໂດຍການສັງລວມເອົາຄຳຄິດເຫັນຕົ້ນຕໍອັນສຳຄັນຈາກບັນດາຫ້ອງການ ຄກລ ແຂວງ ແລະ ຫ້ອງການໃຫຍ່ ຄກລ. ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນໄດ້ມີການຈັດແບ່ງກຸ່ມເພື່ອຄົ້ນຄວ້າປຶກສາຫາລື ແລະ ດໍາເນີນໄປຢ່າງຄຶກຄື້ນ ແລະ ສ້າງສັນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງບັນດາຜູ້ເຂົ້າຮ່ວມທຸກພາກສ່ວນໃນການຍົກສູງຄວາມຮັບຜິດຊອບປະຕິບັດຕາມທິດທາງໂຄງການ ແລະ ປັບປຸງການຈັດຕັ້ງປະຕິບັດໃຫ້ດີຍິ່ງຂຶ້ນໃນອະນາຄົດ.

