ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນອັນສໍາຄັນໃນການຊ່ວຍເຫຼືອຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍການສະໜັບສະໜູນພາຫະນະ ແລະ ອຸປະກອນ ໃຫ້ແກ່ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໂດຍຜ່ານ ອົງການ ຄຣາວ ເອເຈັນສ໌ ປະເທດຍີ່ປຸ່ນ, ລວມມູນຄ່າການຊ່ວຍເຫຼືອທັງໝົດ 540,000,000 ເຢນ ຫຼື ປະມານ 3,700,000 ໂດລາສະຫະລັດ.

ພິທີ ມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2025 ຢູ່ ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງການເງິນ, ຫ້ອງການ ຄຊກລ, ຫ້ອງການໃຫຍ່ ຄກລ, ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ບໍລິສັດ ໂຕໂຢຕ້າ ລາວ ກໍ່ໄດ້ເປັນກຽດເຂົ້າຮ່ວມ.

ການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງລັດຖະບານຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອຕໍ່ຄວາມພະຍາຍາມ ຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ການຊ່ວຍເຫຼືອຄັ້ງນີ້ບໍ່ພຽງແຕ່ເປັນການຊ່ວຍເຫຼືອດ້ານມະນຸດສະທໍາເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງສາຍພົວພັນອັນແໜ້ນແຟ້ນຂອງສອງລັດຖະບານ ທີ່ໄດ້ຍົກລະດັບສາຍພົວພັນ ລາວ-ຍີ່ປຸ່ນ ຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ໃນ ເດືອນ ມັງກອນ 2025 ທີ່ຜ່ານມາ ອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າຈະເປັນທາງດ້ານທຶນຮອນ, ບຸກຄະລາກອນ, ເຕັກນິກວິຊາການ ແລະ ວັດຖຸອຸປະກອນຕ່າງໆ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມ ຂອງ ລັດຖະບານ ແຫ່ງ ສປປ ລາວ ໃນທຸກຂົງເຂດວຽກງານບູລິມະສິດ ລວມທັງ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.