ໃນລະຫວ່າງວັນທີ 4 – 24 ທັນວາ 2025 ຢູ່ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ສຳເລັດການຝຶກອົບຮົມນຳໃຊ້ເຄື່ອງກວດລະເບີດເອລິດສ໌ ເຊິ່ງໄດ້ຮັບການຮ່ວມມື ແລະ ດໍາເນີນການຝຶກສອນໂດຍ ອົງການເກັບກູ້ລະເບີດຝັງດິນ ແຫ່ງ ປະເທດກໍາປູເຈຍ.

ການຝຶກອົບຮົມຄັ້ງນີ້ ແມ່ນເປັນການຝຶກອົບຮົມທົບທວນຄືນຮອບທີໜຶ່ງ ພາຍຫຼັງທີ່ໄດ້ສຳເລັດຝຶກອົບຮົມການນຳໃຊ້ຂັ້ນພື້ນຖານໃນເດືອນ ສິງຫາ 2025 ທີ່ຜ່ານມາ ຢູ່ ແຂວງ ສຽມຣຽບ, ປະເທດກໍາປູເຈຍ, ເຊິ່ງຄັ້ງນີ້ແມ່ນໄດ້ມີການທົດລອງນໍາໃຊ້ເຄື່ອງກວດລຸ້ນດັ່ງກ່າວເຂົ້າໃນການທົດສອບ ຢູ່ ສະໜາມຝຶກທົດລອງ ແລະ ສະໜາມລະເບີດຕົວຈິງ ທີ່ມີຜົນກະທົບຈາກລະເບີດລູກຫວ່ານ ເພື່ອທົດສອບປະສິດທິພາບຂອງການນຳໃຊ້.

ເຄື່ອງກວດລະເບີດເອລິດສ໌ ເປັນເຕັກໂນໂລຊີຂອງປະເທດຍີ່ປຸ່ນ ທີ່ພັດທະນາໂດຍ ທ່ານ ສາດສະດາຈານ ຊາໂຕະ ໂມໂຕຢູກິ ຂອງ ມະຫາວິທະຍາໄລໂທໂຮກຸ ປະເທດຍີ່ປຸ່ນ, ເຊິ່ງກໍາລັງຈະຖືກທົດລອງນຳໃຊ້ຢູ່ໃນພື້ນທີ່ທີ່ມີລະເບີດບໍ່ທັນແຕກຕົກຄ້າງ ກໍ່ຄື ສະໜາມປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ແຂວງ ສາລະວັນ, ເຊກອງ ແລະ ຈຳປາສັກ ໃນຕົ້ນປີ 2026 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ຜ່ານ ອົງການຈິກສ໌.

ການຄົ້ນຄວ້ານະວັດຕະກຳ ແລະ ພັດທະນາເຕັກໂນໂລຊີໃໝ່ໆຢ່າງບໍ່ຢຸດຢັ້ງ ຈະສາມາດຊ່ວຍເລັ່ງລັດການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ຊ່ວຍໃຫ້ຊຸມຊົນມີຄວາມປອດໄພໃນການດໍາລົງຊີວິດ ແລະ ປາສະຈາກຄວາມຢ້ານກົວຈາກລະເບີດບໍ່ທັນແຕກ.