ໃນມື້ນີ້, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ບ້ານ ຫຼັກ 45 , ເມືອງ ປາກຊ່ອງ, ແຂວງ ຈຳປາສັກ.
ທ່ານ ອານຸສັກ ພົງສາ, ຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບ ແລະ ລາຍງານສະພາບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃຫ້ແກ່ ທ່ານ ເອກອັກຄະລັດຖະທູດ ໄດ້ຮັບຊາບເຖິງຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການປະຕິບັດວຽກງານພາກສະໜາມ.
ປະຈຸບັນ, ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອເຄື່ອນໄຫວວຽກງານຢູ່ 3 ແຂວງພາກໃຕ້ ຄື ແຂວງ ຈໍາປາສັກ, ສາລະວັນ ແລະ ເຊກອງ, ເຊິ່ງໃນບັນດາແຂວງພາກໃຕ້ ແມ່ນເປັນຂົງເຂດທີ່ມີການນຳໃຊ້ເຕັກໂນໂລຊີຈາກປະເທດຍີ່ປຸ່ນຫຼາຍທີ່ສຸດເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ແກ່ ການນຳໃຊ້ກົນຈັກຕັດຫຍ້າ, ກົນຈັກທໍາລາຍລະເບີດລູກຫວ່ານ ແລະ ການທົດລອງນຳໃຊ້ເຄື່ອງກວດລະເບີດເອລິດສ໌ ເຊິ່ງເປັນເຄື່ອງກວດທີ່ສາມາດສະແດງໃຫ້ເຫັນຮູບພາບສາມມິຕິ ເມື່ອກວດພົບລະເບີດໃນສະໜາມ, ທັງໝົດນັ້ນແມ່ນແນໃສ່ການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເຊິ່ງເປັນເປົ້າໝາຍບູລິມະສິດອັນສະເພາະ ຂອງ ສປປ ລາວ.

