ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງການສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ ຄົບຮອບ 30 ປີ (ກຸມພາ 1996 ຫາ ກຸມພາ 2026) ທີ່ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການກ່ຽວຂ້ອງ, ບັນດາຜູ້ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ, ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ຫ້ອງການໃຫຍ່ ແລະ ຫ້ອງການ ຄກລ ປະຈໍາ 9 ແຂວງ.

ການເດີນທາງຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເລີ່ມຕົ້ນຂຶ້ນນັບແຕ່ວັນທີ 13 ກຸມພາ 1996 ເປັນຕົ້ນມາ ໃນການເຄື່ອນໄຫວປະຕິບັດໜ້າທີ່ດ້ານມະນຸດສະທຳອັນສຳຄັນເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າໃນການຫຼຸດຜ່ອນຈຳນວນອຸປະຕິເຫດ ແລະ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ດໍາເນີນການສຳຫຼວດ-ກວດກູ້ເພື່ອປົດປ່ອຍເນື້ອທີ່ດິນທີ່ປອດໄພສໍາລັບການຜະລິດກະສິກຳ, ທີ່ຢູ່ອາໄສ, ການພັດທະນາພື້ນຖານໂຄງລ່າງ ແລະ ກິດຈະກໍາພັດທະນາອື່ນໆ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ກໍ່ຄື ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

ພາຍໃຕ້ ການຊີ້ນໍາ ຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢູ່ໃນ 9 ແຂວງ ທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນນັ້ນລວມມີ ແຂວງ: ຫຼວງພະບາງ, ຫົວພັນ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານຕ່າງໆ ທັງໃນກອບການຮ່ວມມືແບບຫຼາຍຝ່າຍ ແລະ ສອງຝ່າຍ ຕະຫຼອດມາ ບໍ່ວ່າຈະເປັນການຊ່ວຍເຫຼືອທາງດ້ານທຶນຮອນ, ວັດຖຸອຸປະກອນ, ພື້ນຖານໂຄງລ່າງ, ຊ່ຽວຊານ ແລະ ເຕັກນິກວິຊາການ.

ໃນພິທີ ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວມີຄຳເຫັນໃນບາງຕອນວ່າ “ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄື ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ໄດ້ອຸທິດຕົນໃນການປະຕິບັດໜ້າທີ່ໃນວຽກງານທີ່ມີຄວາມສ່ຽງ ແລະ ມີຄວາມອັນຕະລາຍ ດ້ວຍຄວາມກ້າຫານ, ມີຄວາມອົດທົນ, ມີຄວາມເສຍສະຫຼະ, ນຳໃຊ້ທຸກສະຕິປັນຍາ ແລະ ເຕັກນິກວິຊາການ ເພື່ອປະກອບສ່ວນຊ່ວຍເຫຼືອໃຫ້ປະຊາຊົນລາວບັນດາເຜົ່າປອດໄພຈາກລະເບີດບໍ່ທັນແຕກ ແລະ ພາລະກິດນີ້ຍັງຈະສືບຕໍ່ໄປຈົນກວ່າຈະສາມາດເກັບກູ້ລະເບີດບໍ່ທັນແຕກໃຫ້ໝົດໄປຈາກຜືນທີ່ດິນ ທີ່ຕ້ອງການນຳໃຊ້ ແລະ ການພັດທະນາ ຂອງ ສປປ ລາວ”.

ຕະຫຼອດໄລຍະ 30 ປີ ທີ່ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ສາມາດສັງລວມຜົນງານ ແລະ ຜົນໄດ້ຮັບ ຈາກການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ດັ່ງນີ້:

#ສາມາດ ໂຄສະນາເຜີຍແຜ່ຜົນຮ້າຍຂອງລະເບີດບໍ່ທັນແຕກ ແລະ ວິທີການຫຼີກລ່ຽງອຸປະຕິເຫດ ໃຫ້ແກ່ ປະຊາຊົນໃນບັນດາໝູ່ບ້ານ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບໄດ້ທັງໝົດ 24,637 ເທື່ອບ້ານ, ມີຜູ້ເຂົ້າຮ່ວມຮັບຟັງ ຫຼາຍກວ່າ 4,450,000 ເທື່ອຄົນ ໃນນັ້ນ 49% ຂອງ ຜູ້ເຂົ້າຮ່ວມກິດຈະກໍາ ແມ່ນເດັກນ້ອຍ;

#ສາມາດ ສໍາຫຼວດເພື່ອກໍານົດຂອບເຂດພື້ນທີ່ອັນຕະລາຍທີ່ມີລະເບີດບໍ່ທັນແຕກຕົກຄ້າງໄດ້ທັງໝົດ 62,358 ເຮັກຕາ.
#ສາມາດ ກວດກູ້ພື້ນທີ່ໃຫ້ປອດໄພຕໍ່ການນໍາໃຊ້ ໄດ້ທັງໝົດ 57,062 ເຮັກຕາ, ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດຫຼາຍກວ່າ 4,400,000 ເທື່ອຄົນ.

#ສາມາດ ທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ ຫຼາຍກວ່າ 1,350,000 ໜ່ວຍ, ໃນນັ້ນ 57% ແມ່ນລະເບີດລູກຫວ່ານ ຫຼື ລະເບີດບົມບີ່, ເຊິ່ງເປັນປະເພດລະເບີດທີ່ພົບເຫັນຫຼາຍທີ່ສຸດ ທີ່ຕົກຄ້າງຢູ່ ສປປ ລາວ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງບັນດາປະເທດຄູ່ຮ່ວມພັດທະນາ, ຄູ່ຮ່ວມງານ ແລະ ການຈັດຕັ້ງທຸກພາກສ່ວນຂອງລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ, ພວກເຮົາຈະສືບຕໍ່ປະຕິບັດພາລະກິດຂອງຕົນດ້ວຍຄວາມຕັ້ງໜ້າ ເພື່ອກໍາຈັດສິ່ງເສດເຫຼືອຂອງສົງຄາມທີ່ຕົກຄ້າງໃຫ້ນັບມື້ນັບໝົດໄປ ແລະ ສ້າງອະນາຄົດທີ່ປອດໄພ ໃຫ້ແກ່ ສປປ ລາວ.