ໃນວັນທີ 16 ກຸມພາ 2026 ທີ່ ເເຂວງ ຫຼວງພະບາງ – ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຢ້ຽມຢາມຫ້ອງການຫຼັງໃໝ່ ແລະ ສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ, ພ້ອມທັງໄດ້ລົງຕິດຕາມວຽກງານຕົວ​ຈິງ​ໃນການ​ແກ້​ໄຂ​ບັນ​ຫາລະເບີດບໍ່ທັນແຕກຢູ່ແຂວງຫຼວງພະບາງ ​ເພື່ອຊຸກຍູ້ການ​ກະກຽມຄວາມພ້ອມການເປັນ​ເຈົ້າ​ພາບ ແລະ ປະທານກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3.

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຍົກສູງຂີດຄວາມສາມາດໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດທະສາດ ຂອງ ຄຊກລ ແລະ ຕິດຕາມການຈັດຕັ້ງປະຕິບັດການ​ສຳ​ຫລວດ-ກວດ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ລວມທັງການ​ປະ​ຕິ​ບັດ​ຕາມມາດຕະຖານແຫ່ງຊາດ ສະບັບປັບປຸງປີ 2025 ຂອງບັນດາອົງການປະຕິບັດງານດ້ານມະນຸດສະທຳ.

ຄະນະຜູ້ແທນໄດ້ລົງຢ້ຽມຢາມສະໜາມເກັບກູ້ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ບ້ານ ຫາດຄໍ້, ເມືອງ ປາກອູ ແລະ ລົງສໍາຫຼວດພື້ນທີ່​ທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ ບ້ານ ພິກໃຫຍ່, ນະຄອນຫຼວງພະບາງ ເຊິ່ງສະຖານທີ່ດັ່ງກ່າວແມ່ນຈະຖືກກຳ​ນົດ​ເຂົ້າ​ໃນ​ວາ​ລະກະກຽມເພື່ອຕ້ອນຮັບການຢ້ຽມຢາມພາກສະໜາມຂອງຄະນະຜູ້ແທນລະດັບສູງ ໃນໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ເຊິ່ງກຳນົດຈະຈັດຂຶ້ນໃນລະຫວ່າງວັນທີ 14​-18 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້: “​ຊຸກ​ຍູ້ຄວາມ​ຄືບ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາເພື່ອ​ສ້າ​ງ​ໃຫ້​ໂລກ​ນີ້​ປາ​ສະ​ຈ​າກ​ໄພ​ຂົ່ມ​ຂູ່​ຈາກ​ລະ​ເບີດ​ລູກຫວ່ານ”, ກອງປະຊຸມດັ່ງກ່າວ ຄາດວ່າຈະມີການຕ້ອນຮັບຄະນະຜູ້ແທນປະມານ 700-900 ທ່ານ ຈາກຫຼາຍກວ່າ 150 ປະເທດ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ “ບົດບາດຂອງ ສປປ ລາວ ໃນນາມປະ​ເທດເຈົ້າພາບ ແລະ ປະ​ທານກອງ​ປະ​ຊຸມ ແມ່ນບໍ່ພຽງແຕ່ໜ້າທີ່ທາງການທູດ ເທົ່ານັ້ນ, ແຕ່ຍັງແມ່ນຄວາມຮັບຜິດຊອບອັນສູງສົ່ງຕໍ່ສາກົນ ທີ່​ມີ​ເນື້ອ​ໃນຕິດພັນກັບປະຫວັດສາດ ແລະ ຄວາມ​ໝາຍ​ໝັ້ນອັນແຮງກ້າຂອງພວກເຮົາ ເພື່ອອະນາຄົດທີ່ປອດໄພ ຈາກ​ລະ​ເບີດ​ບໍ່​ທັນ​ແຕກ”.