ໃນລະຫວ່າງວັນທີ 5-6 ມີນາ 2026, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຫ້ອງການທຳນຽບຂາວ ຂອງ ສະຫະລັດອາເມລິກາ 🇺🇸 ນຳໂດຍ ທ່ານ ອີທານ ຣິ້ງສ໌, ຜູ້ບໍລິຫານໂຄງການ ປະຈຳ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ກະຊວງການຕ່າງປະເທດສະຫະລັດອາເມລິກາ ທີ່ໃຫ້ກຽດມາຢ້ຽມຊົມສູນຢ້ຽມຢາມ ແລະ ຫ້ອງການຫຼັງໃໝ່ ພ້ອມທັງ ລົງຕິດຕາມການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ.

ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນຈາກສະຫະລັດອາເມລິກາ ໄດ້ລົງຕິດຕາມ ແລະ ຮັບຊົມການປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ ບ້ານ ລີ່ ແລະ ວຽກງານສຳຫຼວດດ້ານວິຊາການ ຢູ່ ບ້ານ ທ່າລີ່, ເມືອງ ນໍ້າບາກ, ແຂວງ ຫຼວງພະບາງ ເພື່ອໃຫ້ເຫັນໄດ້ເຖິງຄວາມຄືບໜ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ບັນດາສິ່ງທ້າທາຍຕ່າງໆທີ່ກະທົບຕໍ່ການຈັດຕັ້ງປະຕິບັດວຽກງານພາກສະໜາມ.

ໃນລະຫວ່າງການຢ້ຽມຢາມສະໜາມ ທ່ານ ອີທານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ມີຄວາມໝາຍໝັ້ນໃນການເກັບກູ້ລະເບີດບໍ່ທັນແຕກ ແລະ ໄດ້ເນັ້ນໃຫ້ເຫັນເຖິງການຮ່ວມມືໄລຍະໃໝ່ຂອງສອງລັດຖະບານ 🇱🇦 ລາວ-ອາເມລິກາ 🇺🇸 ທີ່ໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

ປະຈຸບັນ, ລັດຖະບານສະຫະລັດອາເມລິກາ 🇺🇸 ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ 6 ແຂວງ ຄື: ຫຼວງພະບາງ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.