ເປັນອີກໜຶ່ງເຕັກນິກທີ່ຕ້ອງອາໃສຄວາມຊໍານິຊໍານານ ແລະ ປະສົບການສູງໃນການທຳລາຍລະເບີດໃຫຍ່!

ໃນວັນທີ 23 ມີນາ 2026 ທີ່ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ 🇺🇸 ໄດ້ສຳເລັດການທຳລາຍລະເບີດໃຫຍ່ ຈຳນວນ 1 ໜ່ວຍ ປະເພດ MK82 GPLD ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ຢູ່ ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.

ການທຳລາຍລະເບີດແມ່ນສຳເລັດໄປດ້ວຍດີ ແລະ ມີປະສິດທິພາບສູງ ເຊິ່ງຄັ້ງນີ້ທີມງານໄດ້ນໍາໃຊ້ວິທີການທຳລາຍແບບແຮງຕໍ່າ ໂດຍການຕັດສ່ວນທ້າຍຂອງລະເບີດ ແລະ ຈູດດິນລະເບີດທາງດ້ານໃນໃຫ້ໝົດເພື່ອຮັບປະກັນຄວາມປອດໄພ. ວິທີການດັ່ງກ່າວນີ້ໄດ້ຖືກອອກແບບມາໂດຍສະເພາະ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການທຳລາຍລະເບີດແບບແຮງສູງ ເຊິ່ງຮັບປະກັນຄວາມປອດໄພໃຫ້ແກ່ທີມງານ ແລະ ຊຸມຊົນທີ່ຢູ່ອ້ອມຂ້າງ.ໂຄງການເກັບກູ້ລະເບີດແຫ່ງຊາດ ຈະສືບຕໍ່ເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອສ້າງຄວາມປອດໄພໃຫ້ແກ່ການດໍາລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.