ເປັນການທຳລາຍລະເບີດໃຫຍ່ອີກ 1 ໜ່ວຍ ໃນອາທິດນີ້ ທີ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ອັດຕະປື ໂດຍສົມທົບກັບຊ່ຽວຊານຕ່າງປະເທດ ຂອງ ບໍລິສັດ ເທັດທຣາ ເທັກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ 🇺🇸 ໄດ້ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK82 ນໍ້າໜັກ 500 ປອນ ຢູ່ ບ້ານ ໝື້ນຫົວເມືອງ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື.