ໃນລະຫວ່າງວັນທີ 17-19 ພຶດສະພາ 2026, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳ ແຂວງ ອັດຕະປື ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ 🇺🇸 ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ ໄດ້ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ຈໍານວນ 3 ໜ່ວຍ ຢູ່ທີ່ ບ້ານ ວົງລະຄອນ, ເມືອງ ພູວົງ, ແຂວງ ອັດຕະປື.

ກ່ອນໜ້ານີ້ລະເບີດດັ່ງກ່າວແມ່ນໄດ້ຖືກພົບເຫັນຢູ່ໃນສວນມັນຕົ້ນຂອງ ທ່ານ ຫັດ ເຊິ່ງເປັນເຈົ້າຂອງທີ່ດິນ ແລະ ເປັນປະຊົນຂອງ ບ້ານ ວົງລະຄອນ. ພາຍຫຼັງການລົງສຳຫຼວດເພື່ອພິສູດປະເພດລະເບີດ ແລະ ວາງແຜນການທຳລາຍ, ທີມງານ ຄກລ ປະຈໍາ ແຂວງ ອັດຕະປື ກໍ່ໄດ້ມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ແຈ້ງໃຫ້ປະຊາຊົນຮັບຊາບຕໍ່ແຜນການທຳລາຍ.

ຜ່ານການປະເມີນທາງດ້ານວິຊາການ ແລະ ການຮັບປະກັນຄວາມຄວາມປອດໄພໃຫ້ແກ່ຊຸມຊົນ, ທີມງານພາກສະໜາມໄດ້ຕັດສິນໃຈເຄື່ອນຍ້າຍລະເບີດອອກຈາກຈຸດທີ່ພົບເຫັນເພື່ອນຳໄປທຳລາຍໃນຈຸດທີ່ມີຄວາມປອດໄພ ແລະ ຫ່າງອອກຈາກຊຸມຊົນປະມານ 1,500 ແມັດ ເຊິ່ງການທຳລາຍຄັ້ງນີ້ແມ່ນໄດ້ນຳໃຊ້ເຕັກນິກການທຳລາຍແບບແຮງຕໍ່າ ແລະ ສຳເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຊົມເຊີຍຕໍ່ຄວາມກ້າຫານ, ຄວາມເປັນມືອາຊີບ ແລະ ຄວາມພະຍາຍາມຂອງທີມງານພາກສະໜາມທຸກທ່ານ ທີ່ໄດ້ຊ່ວຍປົກປ້ອງຊີວິດຂອງປະຊາຊົນລາວບັນດາເຜົ່າ. ຄວາມພະຍາຍາມຢ່າງຕໍ່ເນື່ອງໄດ້ປະກອບສ່ວນຊ່ວຍໃຫ້ຊຸມຊົນມີຄວາມປອດໄພ ແລະ ໄດ້ຊ່ວຍຫຼຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍ ແລະ ອຸປະຕິເຫດຈາກລະເບີດບໍ່ທັນແຕກ (ລບຕ).