ໃນລະຫວ່າງວັນທີ 28-29 ພຶດສະພາ 2026 ທີ່ຜ່ານມາ, ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ຈັດກອງປະຊຸມວິຊາການ ພາຍໃຕ້ “ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ” ຄັ້ງທີ 3 ທີ່ ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ທ່ານ ໄດຊຶເກະ ຊາກິຢະ, ຫົວໜ້າທີ່ປຶກສາ ປະຈໍາ ໂຄງການຮ່ວມມື ຄກລ-ໄຈກາ.
ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກຫ້ອງການໃຫຍ່ ຄກລ ແລະ ຫ້ອງການ ຄກລ ປະຈຳ 9 ແຂວງ, ເຊິ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສືບຕໍ່ພັດທະນາ ແລະ ປັບປຸງຮ່າງແຜນຍຸດທະສາດໄລຍະຍາວ (2027-2036) ເພື່ອຮັບປະກັນການຈັດຕັ້ງປະຕິບັດໄດ້, ສອດຄ່ອງກັບຄວາມເປັນຈິງ ແລະ ສາມາດຕອບສະໜອງຕໍ່ສິ່ງທ້າທາຍໃນການປະຕິບັດງານ ເພື່ອຫັນປ່ຽນໃຫ້ແຜນຍຸດທະສາດຄັ້ງນີ້ໃຫ້ສາມາດຈັດຕັ້ງປະຕິບັດໄດ້.
ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ການມີສ່ວນຮ່ວມຈາກບັນດາຜູ້ເຂົ້າຮ່ວມ ເຊິ່ງໄດ້ມີການການແບ່ງກຸ່ມປຶກສາຫາລື ແລະ ທົບທວນຮ່າງແຜນຍຸດທະສາດຢ່າງລະອຽດ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນທັດສະນະຕໍ່ກັບການກຳນົດທິດທາງໃນຕໍ່ໜ້າຂອງ ຄກລ ເພື່ອສ້າງຄວາມເຂັ້ມແຂງໃນການປະຕິບັດງານ ແລະ ຄວາມຍືນຍົງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

