ໃນວັນທີ 2 ມິຖຸນາ 2026 ທີ່ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ 🇯🇵 ໄດ້ຮັບລາຍງານການພົບເຫັນລະເບີດບໍ່ທັນແຕກຈາກປະຊາຊົນບ້ານຄົດໃຫຍ່, ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ.

ໃນລະຫວ່າງທີ່ເຈົ້າຂອງທີ່ດິນກໍາລັງອະນາໄມ ແລະ ກະກຽມເນື້ອທີ່ສໍາລັບປູກກາເຟ ກໍ່ໄດ້ພົບເຫັນລະເບີດຈໍານວນ 2 ບັ້ງໃຫຍ່ ເຊິ່ງຢູ່ຫ່າງກັນປະມານ 300 ແມັດ ຈຶ່ງໄດ້ແຈ້ງໃຫ້ທີມງານພາກສະໜາມຂອງຫ້ອງການ ຄກລ ປະຈໍາ ແຂວງ ຈໍາປາສັກ ຮັບຊາບ.

ພາຍຫຼັງການລົງພິສູດຕົວຈິງພົບວ່າລະເບີດຊະນິດທີໜຶ່ງ ແມ່ນເປັນບັ້ງລະເບີດລູກຫວ່ານ SUU14 ທີ່ຍັງບັນຈຸລະເບີດລູກຫວ່ານປະເພດ BLU3 ແລະ BLU24 ຈໍານວນຫຼາຍໜ່ວຍຢູ່ໃນບັ້ງດຽວກັນເຊິ່ງພົບເຫັນໄດ້ໜ້ອຍໃນກໍລະນີດັ່ງກ່າວ ແລະ ຊະນິດທີສອງແມ່ນບັ້ງຍິງລູກຈະຫຼວດ Rocket 2,75 ເຊິ່ງທີມງານພາກສະໜາມຈະໄດ້ດໍາເນີນການທຳລາຍໃຫ້ປອດໄພໃນຂັ້ນຕອນຕໍ່ໄປ.

ການມີສ່ວນຮ່ວມຂອງຊຸມຊົນມີຄວາມສໍາຄັນຢ່າງຍິ່ງໃນການແຈ້ງຂໍ້ມູນການພົບເຫັນລະເບີດບໍ່ທັນແຕກຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບ. ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ການສໍາຫຼວດ, ການເກັບກູ້ ແລະ ການທໍາລາຍລະເບີດ ສາມາດດໍາເນີນໄດ້ຢ່າງທັນການ ແລະ ມີປະສິດທິຜົນຍິ່ງຂຶ້ນ, ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກລະເບີດບໍ່ທັນແຕກ ແລະ ສ້າງຄວາມປອດໄພໃຫ້ແກ່ຊຸມຊົນ.

ຂໍຂອບໃຈມາຍັງລັດຖະບານຍີ່ປຸ່ນ 🇯🇵 ທີ່ໃຫ້ການຊ່ວຍເຫຼືອການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ແຂວງ ຈໍາປາສັກ.