ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ສໍາເລັດການຈັດກອງປະຊຸມທາບທາມ (ຮ່າງ) ແຜນຍຸດທະສາດຂອງ ຄກລ ໄລຍະປີ 2027-2036.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2026 ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ, ພາຍໃຕ້ ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງຂອງ ຄກລ ທີ່ ອົງການໄຈກາໃຫ້ການສະໜັບສະໜູນ ແລະ ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ແລະ ສະຖານທູດຂອງບັນດາປະເທດຜູ້ໃຫ້ທຶນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອນໍາສະເໜີ ແລະ ຮັບຟັງຄຳຄິດເຫັນຕໍ່ຮ່າງແຜນຍຸດທະສາດ ຂອງ ຄກລ ໃນໄລຍະປີ 2027–2036 ເຊິ່ງໄດ້ເປີດໂອກາດໃຫ້ຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມທີ່ສຳຄັນ ໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນທັດສະນະ ແລະ ສະເໜີຄໍາຄິດເຫັນຕໍ່ຮ່າງແຜນຍຸດທະສາດດັ່ງກ່າວ ເພື່ອນຳເອົາຂໍ້ສະເໜີແນະຈາກຫຼາຍພາກສ່ວນມາປັບປຸງ ແລະ ພັດທະນາແຜນຍຸດທະສາດໃຫ້ສົມບູນຍິ່ງຂຶ້ນ. ຮ່າງແຜນຍຸດທະສາດດັ່ງກ່າວໄດ້ຖືກພັດທະນາຂຶ້ນມາໂດຍອີງໃສ່ເອກະສານແນວຄວາມຄິດ ພ້ອມທັງການສັງລວມເອົາບັນດາຄໍາຄິດເຫັນ ແລະ ຄຳຕອບຈາກການຕອບແບບສອບຖາມ ທີ່ໄດ້ເກັບກຳຈາກຫ້ອງການ ຄກລ ປະຈໍາແຂວງ ແລະ ຫ້ອງການໃຫຍ່ ຄກລ ໃນປີ 2025 ໂດຍໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກອົງການໄຈກາ, ຂໍ້ມູນ ແລະ ຂໍ້ສະເໜີແນະເຫຼົ່ານັ້ນ ໄດ້ຖືກນຳມາພັດທະນາຕໍ່ຍອດໃຫ້ກາຍເປັນຮ່າງແຜນຍຸດທະສາດໄລຍະຍາວທີ່ມີເນື້ອໃນກວມລວມ ໃນປີ 2026.

ຕະຫຼອດການປຶກສາຫາລືໃນກອງປະຊຸມ, ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ໄດ້ປະກອບຄຳຄິດເຫັນຢ່າງຕັ້ງໜ້າ ແລະ ສ້າງສັນ ເຂົ້າໃນຮ່າງແຜນຍຸດທະສາດ, ເຊິ່ງທຸກຄຳຄິດເຫັນຂອງຜູ້ເຂົ້າຮ່ວມແມ່ນຈະຖືກທົບທວນ ແລະ ເຊື່ອມສານເຂົ້າໃນຮ່າງແຜນຍຸດທະສາດຢ່າງຮອບຄອບ ແລະ ພັດທະນາໃຫ້ກາຍເປັນແຜນຍຸດທະສາດສະບັບສົມບູນ ຂອງ ຄກລ ໃນໄລຍະປີ 2027–2036, ແຜນຍຸດທະສາດສະບັບນີ້ ຈະເປັນແນວທາງໃນການເສີມສ້າງຂີດຄວາມສາມາດຂອງອົງກອນ ແລະ ເສີມຂະຫຍາຍປະສິດທິພາບ, ປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານຂອງ ຄກລ ໃນຊຸມປີຕໍ່ໜ້າ.