ໂຄງການກັບກູ້ລະເບີດແຫ່ງຊາດ ເປັນກຽດຢ່າງສູງທີ່ໄດ້ຮັບຫ້ອງການຫຼັງໃໝ່ຢ່າງເປັນທາງການ ໃນພິທີ ມອບ-ຮັບ ທີ່ຈັດຂຶ້ນ ຢູ່ ແຂວງ ເຊກອງ ໃນວັນທີ 10 ກໍລະກົດ 2026, ຫ້ອງການຫຼັງໃໝ່ແຫ່ງນີ້ ແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານຍີ່ປຸ່ນ ໂດຍຜ່ານ ອົງການ ຈິກສ໌, ຊຶ່ງເປັນການຢັ້ງຢືນເຖິງຄວາມໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກເພື່ອມະນຸດສະທຳ ແລະ ການພັດທະນາແບບຍືນຍົງ ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ທາຊະກະ ທາຄຸໂຣະ, ອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ ລັດຖະບານຍີ່ປຸ່ນ. ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກການກ່ຽວຂ້ອງຂອງແຂວງເຊກອງ, ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ ຈິກສ໌, ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ເຊກອງ ກໍ່ໄດ້ເປັນກຽດເຂົ້າຮ່ວມ.

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລວມມູນຄ່າທັງໝົດຈໍານວນ 2,413,000,000 ເຢນ (ປະມານ 17 ລ້ານ ໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໃນໄລຍະປີ 2024–2027. ການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ສະໜອງງົບປະມານສໍາລັບການຈັດຊື້ພາຫະນະ, ອຸປະກອນ ແລະ ຄ່າປະຕິບັດງານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດໃນການແກ້ໄຂສິ່ງເສດເຫຼືອຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ການກໍ່ສ້າງຫ້ອງການຫຼັງໃໝ່ ພ້ອມດ້ວຍ ສິ່ງອຳນວຍຄວາມສະດວກທີ່ຈຳເປັນອື່ນໆ ຢູ່ ແຂວງ ເຊກອງ ແມ່ນເປັນສ່ວນໜຶ່ງຂອງການສະໜັບສະໜູນດັ່ງກ່າວ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດຫຼາຍກວ່າ 277,000 ໂດລາສະຫະລັດ. ຫ້ອງການຫຼັງໃໝ່ ແມ່ນຕັ້ງຢູ່ໃນບໍລິເວນພື້ນທີ່ດຽວກັນກັບຫໍພັກພະນັກງານຂອງ ຄກລ ທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາ, ເຊິ່ງບໍ່ພຽງແຕ່ຊ່ວຍປັບປຸງສະພາບແວດລ້ອມທີ່ຢູ່ອາໃສຂອງພະນັກງານເທົ່ານັ້ນ ແຕ່ຍັງຊ່ວຍເສີມສ້າງປະສິດທິພາບໃນການປະຕິບັດງານຂອງ ຄກລ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ຫ້ອງການຫຼັງໃໝ່ແຫ່ງນີ້ ຈະຊ່ວຍໃຫ້ພະນັກງານ ຄກລ ສາມາດປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ໃນການສືບຕໍ່ປະຕິບັດພາລະກິດເພື່ອກໍາຈັດໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ. ຄວາມທຸ່ມເທພະຍາຍາມຂອງພວກເຂົາຈະຊ່ວຍປົກປ້ອງຊີວິດ, ປົດປ່ອຍຜືນທີ່ດິນທີ່ປອດໄພສໍາລັບການຜະລິດກະສິກຳ ແລະ ການພັດທະນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃນ ສປປ ລາວ.

ໃນພິທີ, ທ່ານ ທາຊະກະ ທາຄຸໂຣະ ໄດ້ໃຫ້ກຽດກ່າວມີຄໍາເຫັນວ່າ: “ປະເທດຍີ່ປຸ່ນ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍຜ່ານ ໂຄງການຊ່ວຍເຫຼືອລ້າຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍິ່ງວ່າຄວາມພະຍາຍາມຂອງທຸກພາກສ່ວນຈະສາມາດເຮັດໃຫ້ການຈັດຕັ້ງປະຕິບັດໂຄງການເຫຼົ່ານັ້ນດໍາເນີນໄປດ້ວຍດີ ແລະ ສາມາດນຳໃຊ້ສິ່ງອໍານວຍຄວາມສະດວກ ແລະ ວັດຖຸອຸປະກອນຕ່າງໆ ໄດ້ຢ່າງມີປະສິດທິຜົນ ເພື່ອສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ”. ທ່ານຍັງໄດ້ກ່າວຕື່ມອີກວ່າ: “ປີ 2026 ເປັນປີທີ່ມີຄວາມສຳຄັນຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ເນື່ອງໃນໂອກາດຄົບຮອບ 30 ປີ ຂອງ ການສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ການຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນເດືອນກັນຍາ ໂດຍການເປັນປະທານຂອງ ສປປ ລາວ. ໃນໂອກາດນີ້, ປະເທດຍີ່ປຸ່ນ ຂໍສະແດງຄວາມຊົມເຊີຍຕໍ່ບົດບາດຄວາມເປັນຜູ້ນໍາຂອງ ສປປ ລາວ ໃນການສົ່ງເສີມຊຸກຍູ້ການຮ່ວມມືສາກົນ ດ້ານວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ”.

ຈາກນັ້ນ, ທ່ານ ພົງໄຊສັກ ອິນຖາລາດ ກໍ່ໄດ້ໃຫ້ກຽດກ່າວມີຄໍາເຫັນໃນບາງຕອນວ່າ: “ຕະຫຼອດຫຼາຍທົດສະວັດຜ່ານມາ, ປະເທດຍີ່ປຸ່ນ ໄດ້ເປັນໜຶ່ງໃນປະເທດຄູ່ຮ່ວມພັດທະນາທີ່ໝັ້ນຄົງ ແລະ ສຳຄັນທີ່ສຸດຂອງ ສປປ ລາວ ໃນການແກ້ໄຂຜົນກະທົບຈາກສິ່ງເສດເຫຼືອຂອງລະເບີດບໍ່ທັນແຕກ. ສະນັ້ນ, ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍ ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນແຂວງເຊກອງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອ ແລະ ການຮ່ວມມືຢ່າງຕໍ່ເນື່ອງຕະຫຼອດມາ. ການສະໜັບສະໜູນອັນມີຄຸນຄ່ານີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງມິດຕະພາບອັນແໜ້ນແຟ້ນ ແລະ ຄວາມຮ່ວມມືຢ່າງໃກ້ຊິດລະຫວ່າງສອງປະເທດຂອງພວກເຮົາເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຂັບເຄື່ອນວຽກງານດ້ານມະນຸດສະທຳເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງຍືນຍົງ, ຍົກລະດັບຄຸນນະພາບຊີວິດ ແລະ ຄວາມຢູ່ດີມີສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າ ອີກດ້ວຍ.”

ໃນໂອກາດນີ້, ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບການເປັນຄູ່ຮ່ວມງານທີ່ໝັ້ນຄົງ, ຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມຮ່ວມມືຢ່າງຕໍ່ເນື່ອງໃນການສະໜັບສະໜູນຄວາມພະຍາຍາມດ້ານມະນຸດສະທຳເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ພວກເຮົາຈະສືບຕໍ່ຮ່ວມມືກັນ ເພື່ອສ້າງອະນາຄົດທີ່ປອດໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນລາວ, ໃຫ້ເຂົາເຈົ້າສາມາດນຳໃຊ້ທີ່ດິນໃຫ້ເກີດປະໂຫຍດສູງສຸດ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຢ່າງຍືນຍົງ ໂດຍປາສະຈາກໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ເສີມສ້າງຄວາມຮ່ວມມືຈາກການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ.