ເມື່ອບໍ່ດົນຜ່ານມານີ້, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ສຳເລັດການຈັດກອງປະຊຸມຕໍ່ເນື່ອງເຊິ່ງປະກອບດ້ວຍ: ກອງປະຊຸມປຶກສາຫາລືດ້ານວິຊາການ, ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026, ກອງປະຊຸມທົບທວນ ແລະ ປັບປຸງຕຳແໜ່ງງານ ແລະ ກອງປະຊຸມປັບປຸງມາດຕະຖານການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-15 ກໍລະກົດ 2026 ຢູ່ ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ.
ກອງປະຊຸມໄດ້ເນັ້ນໃສ່ການປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານວິຊາການ ລວມທັງ ການປັບປຸງລະບຽບການປະຕິບັດງານພາກສະໜາມໃຫ້ມີຄວາມແທດເໝາະ ແລະ ສອດຄ່ອງສະພາບການເຄື່ອນໄຫວວຽກງານຕົວຈິງໃນແຕ່ລະໄລຍະ. ພ້ອມດຽວກັນນີ້, ຍັງໄດ້ມີການທົບທວນ ແລະ ປັບປຸງ ຄວາມຮັບຜິດຊອບຂອງພະນັກງານໃນແຕ່ລະຕໍາແໜ່ງງານ ແນໃສ່ເພື່ອຍົກສູງຄຸນນະພາບຂອງການເຄື່ອນໄຫວໃນທຸກຂົງເຂດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເປັນກຽດຕ້ອນຮັບ ທ່ານ ນາງ ແກ້ວ ຈັນທະວີໄຊ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ຄູ່ຮ່ວມງານຂອງ ຄກລ, ເຊິ່ງກອງປະຊຸມໄດ້ມີການສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານຂອງ ຄກລ ໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ສະແດງໃຫ້ເຫັນເຖິງບັນດາຜົນສໍາເລັດ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຕ່າງໆ ເຊິ່ງບັນດາຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອເປັນແນວທາງໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ນຳໄປທົບທວນ ແລະ ປັບປຸງແກ້ໄຂການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນທ້າຍປີ ກໍ່ຄື ການເຄື່ອນໄຫວໃນຕໍ່ໜ້າໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອດ້ານງົບປະມານຈາກລັດຖະບານສະຫະລັດອາເມລິກາ
ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ, ລັດຖະບານນິວຊີແລນ
ແລະ ລຸກຊໍາບວກ
ໂດຍຜ່ານ ອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ ແລະ ລັດຖະບານຍີ່ປຸ່ນ
ໂດຍຜ່ານ ອົງການຈິກສ໌. ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານທຸກພາກສ່ວນ ທີ່ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ.


