ໃນອາທິດຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ສະຫວັນນະເຂດ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ
ພ້ອມດ້ວຍ ຊ່ຽວຊານພາກສະໜາມຈາກບໍລິສັດເທັດທຣາ ເທັກ ແລະ ທີມງານຂອງອົງການ ເຮໂລ ທຼັດສ໌ ປະຈໍາລາວ ໄດ້ສໍາເລັດການທຳລາຍລະເບີດປະເພດສໍາພະວຸດຕ່າງໆທີ່ຕົກຄ້າງແຕ່ປາງສົງຄາມ ຈໍານວນທັງໝົດ 1,321 ໜ່ວຍ ຢູ່ສະໜາມທຳລາຍລະເບີດ ທີ່ ບ້ານແກ້ງກົວະ, ເມືອງພິນ, ແຂວງ ສະຫວັນນະເຂດ.
ສໍາພະວຸດຕ່າງໆເຫຼົ່ານັ້ນ ແມ່ນຖືກພົບເຫັນຕາມການລາຍງານຂອງປະຊາຊົນ ລວມທັງໃນລະຫວ່າງການດໍາເນີນການສໍາຫຼວດ ແລະ ການເກັບກູ້ຢູ່ຫຼາຍສະໜາມ ເຊິ່ງໄດ້ຜ່ານການກວດກາດ້ານເຕັກນິກ ແລະ ຢັ້ງຢືນຈາກນັກວິຊາການ ເມື່ອເຫັນວ່າສາມາດເຄື່ອນຍ້າຍໄດ້ຈຶ່ງນຳໄປທ້ອນໂຮມໄວ້ຢູ່ສະໜາມທຳລາຍລະເບີດສະເພາະ ເພື່ອດໍາເນີນການທຳລາຍໃຫ້ຖືກຕ້ອງຕາມມາດຕະຖານການປະຕິບັດງານ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ລວມທັງ ວັດຖຸຊັບສິນ ແລະ ສັດລ້ຽງຕ່າງໆ.
ການທຳລາຍລະເບີດຄັ້ງນີ້ ແມ່ນໄດ້ຮັບການຮ່ວມມືເປັນຢ່າງດີຈາກອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ພ້ອມດ້ວຍ ຊ່ຽວຊານພາກສະໜາມຈາກບໍລິສັດ ເທັດທຣາ ເທັກ ແລະ ທີມງານຈາກອົງການ ເຮໂລ ທຼັດສ໌ ປະຈໍາລາວ ທີ່ໄດ້ຮ່ວມມືກັນເພື່ອທໍາລາຍສິ່ງເສດເຫຼືອຈາກສົງຄາມ ເພື່ອສ້າງຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ສະໜັບສະໜູນການພັດທະນາຂອງທ້ອງຖິ່ນ.
ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ບັນດາຄູ່ຮ່ວມງານທຸກພາກສ່ວນ ຈະສືບຕໍ່ຮ່ວມມືກັນເພື່ອດໍາເນີນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອຊ່ວຍໃຫ້ ສປປ ລາວ ມີຄວາມປອດໄພ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”.

