ຄະນະຜູ້ແທນຈາກໂຄງການເກັບກູ້ລະເບີດແຫ່ງຊາດ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ໃນໄລຍະກອງປະຊຸມດັ່ງກ່າວ, ໂຄງການເກັບກູ້ລະເບີດແຫ່ງຊາດ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆຮ່ວມກັບບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານຂອງພວກເຮົາ ພ້ອມທັງວາງສະແດງຜົນງານການເຄື່ອນໄຫວວຽກງານຂອງ ຄກລ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອໃຫ້ບັນດາຄະນະຜູ້ແທນກອງປະຊຸມທັງພາຍໃນ ແລະ ສາກົນ ຮັບຊາບ.

