ໃນວັນທີ 16 ກັນຍາ 2026, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຮ່ວມກັບ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ (JCC) ຄັ້ງທີ 2 ພາຍໃຕ້ “ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງຂອງ ຄກລ”.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄວາມຄືບໜ້າ ໃນການຮ່າງແຜນຍຸດທະສາດໄລຍະຍາວ ຂອງ ຄກລ ໄລຍະປີ 2027-2036 ແລະ ປຶກສາຫາລືກ່ຽວກັບແຜນດໍາເນີນງານຂອງບັນດາກິດຈະກໍາຕົ້ນຕໍ ພາຍຫຼັງສຳເລັດການສ້າງແຜນຍຸດທະສາດສະບັບດັ່ງກ່າວ.

ໃນລະຫວ່າງກອງປະຊຸມ, ຄກລ ແລະ ໄຈກາ ໄດ້ມີການນຳສະເໜີບັນດາກິດຈະກຳ, ແລກປ່ຽນທັດສະນະກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ໄດ້ຮັບຄຳແນະນຳທີ່ເປັນປະໂຫຍດເພື່ອເປັນທິດທາງໃຫ້ແກ່ການດຳເນີນງານໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ເປັນຂີດໝາຍອັນສຳຄັນອີກບາດກ້າວໜຶ່ງໃນການຍົກລະດັບຂີດຄວາມສາມາດຂອງ ຄກລ ໃນການຫັນເອົາແຜນຍຸດທະສາດ ໄປສູ່ ການຈັດຕັ້ງປະຕິບັດທີ່ເປັນຮູບປະທຳ, ເຊິ່ງຈະປະກອບສ່ວນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ມີຄວາມຍືນຍົງ ແລະ ມີປະສິດທິພາບຍິ່ງຂຶ້ນ.