ສູນຂໍ້ມູນຂ່າວສານ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ສຳເລັດການປັບປຸງ ແລະ ເປີດໃຫ້ເຂົ້າຊົມເປັນປົກກະຕິແລ້ວໃນປະຈຸບັນ.
ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານສະຫະລັດອາເມລິກາ
ທີ່ໃຫ້ການສະໜັບສະໜູນດ້ານງົບປະມານໃນການປັບປຸງສູນຂໍ້ມູນຂ່າວສານແຫ່ງນີ້ ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ ແລະ ການຮ່ວມມືຂອງສູນສົ່ງເສີມສິລະປະ ແລະ ວັດທະນະທຳ XYZ ທີ່ຊ່ວຍອອກແບບການວາງສະແດງສິ່ງເສດເຫຼືອຂອງສົງຄາມໃຫ້ກາຍເປັນແຫຼ່ງຮຽນຮູ້ຂໍ້ມູນທາງດ້ານປະຫວັດສາດຂອງຊາດ ທີ່ຕິດພັນກັບບັນຫາການຕົກຄ້າງຂອງລະເບີດບໍ່ທັນແຕກ ແລະ ການວາງສະແດງຜົນງານໃນການເຄື່ອນໄຫວວຽກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ.
ພວກເຮົາຂໍຕ້ອນຮັບທຸກທ່ານເຂົ້າມາຢ້ຽມຊົມ ແລະ ຮຽນຮູ້ເພີ່ມຕື່ມກ່ຽວກັບປະຫວັດສາດຂອງປະເທດລາວ, ຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການເຮັດໃຫ້ຊຸມຊົນມີຄວາມປອດໄພຍິ່ງຂຶ້ນ.
ສູນຂໍ້ມູນຂ່າວສານຂອງພວກເຮົາ ແມ່ນຕັ້ງຢູ່ ບ້ານ ນາວຽງຄຳ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.
ເປີດໃຫ້ເຂົ້າຊົມທຸກມື້ໃນເວລາ 8:00 – 16:00 ໂມງ.
ທ່ານສາມາດເດີນທາງໄປຢ້ຽມຢາມສູນຂໍ້ມູນຂ່າວສານຂອງພວກເຮົາໄດ້ຕາມທີ່ຢູ່ນີ້ ![]()


