ໃນວັນທີ 30 ມັງກອນ 2026, ໄດ້ມີ ພິທີ ມອບ-ຮັບ ຫ້ອງການຫຼັງໃໝ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ພາຍໃຕ້ ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ ປະຈໍາລາວ.

ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ ລັດຖະບານສະຫະລັດອາເມລິກາ ແລະ ທ່ານ ນາງ ແກ້ວ ຈັນທະວີໄຊ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກກະຊວງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງຫຼວງພະບາງ, ສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ, ບໍລິສັດ ເທັດທຣາ ເທັກ ແລະ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ.

ໃນໄລຍະປີ 2024 ແລະ 2025, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດແຫ່ງຊາດເພື່ອປັບປຸງພື້ນຖານໂຄງລ່າງ ໄດ້ແກ່ ການປຸກສ້າງຫ້ອງການຫຼັງໃໝ່, ຫໍພັກພະນັກງານ, ອາຄານອະເນກປະສົງ, ໂຮງສ້ອມແປງພາຫະນະ, ສາງເກັບເຄື່ອງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ຢູ່ໃນບັນດາແຂວງທີ່ລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນ ລວມມູນຄ່າທັງໝົດຫຼາຍກວ່າ 2,500,000 ໂດລາສະຫະລັດ, ການຊ່ວຍເຫຼືອດັ່ງກ່າວແມ່ນແນໃສ່ປັບປຸງສະພາບແວດລ້ອມທີ່ຢູ່ອາໄສຂອງພະນັກງານໃຫ້ດີຂຶ້ນ ທັງເປັນການຊຸກຍູ້ການປະຕິບັດວຽກງານພາກສະໜາມ ແລະ ວຽກງານສະໜັບສະໜູນອື່ນໆໃຫ້ມີຄວາມຄ່ອງຕົວ, ມີປະສິດທິພາບ-ປະສິດທິຜົນ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.

ໃນງານພິທີ, ທ່ານ ນາງ ມິເຊວ ເອົ້າລໍ ໄດ້ໃຫ້ກຽດກ່າວມີຄໍາເຫັນໃນບາງຕອນວ່າ “ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປັບປຸງ ແລະ ຍົກລະດັບສະຖານທີ່ເຮັດວຽກ ແລະ ທີ່ພັກອາໄສຂອງພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຫຼວງພະບາງ ແຫ່ງນີ້ ແລະ ໃນອີກຫຼາຍໆແຂວງ ເຊິ່ງປະກອບມີ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຫົວພັນ.

ລັດຖະບານສະຫະລັດອາເມລິກາ ເປັນຜູ້ສະໜັບສະໜູນທີ່ເຂັ້ມແຂງຕໍ່ວຽກງານເກັບກູ້ລະເບີດບໍ່ທັນແຕກ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ມາຢ່າງຍາວນານ”.

ຫຼັງຈາກນັ້ນ, ທ່ານ ນາງ ແກ້ວ ຈັນທະວີໄຊ ກໍ່ໄດ້ໃຫ້ກຽດກ່າວມີຄໍາເຫັນໃນບາງຕອນວ່າ “ການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ເປັນຂີດໝາຍອັນສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນໃນການຊ່ວຍເຫຼືອ ສປປ ລາວ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ເປັນການຊ່ວຍເຫຼືອດ້ານມະນຸດສະທໍາເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງສາຍພົວພັນອັນດີທາງດ້ານການທູດ ແລະ ການຮ່ວມມືໄລຍະໃໝ່ແບບກວມລວມ ລະຫວ່າງ ສອງລັດຖະບານ ອີກດ້ວຍ”.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານສະຫະລັດອາເມລິກາທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ພວກເຮົາຍັງຄົງຕັ້ງໜ້າໃນການປະຕິບັດພາລະກິດເພື່ອຫຼຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍ ແລະ ເກັບກູ້ລະເບີດບໍ່ທັນແຕກເພື່ອປົດປ່ອຍເນື້ອທີ່ດິນໃຫ້ມີຄວາມປອດໄພຕໍ່ການນໍາໃຊ້ຂອງປະຊາຊົນລາວບັນດາເຜົ່າ.