ໃນວັນທີ 19 ກຸມພາ 2026 ທີ່ ແຂວງ ຫຼວງພະບາງ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບຄະນະຈາກສະຖານທູດນິວຊີແລນ ປະຈໍາບາງກອກ, ປະເທດໄທ ນຳໂດຍ ທ່ານ ນາງ ດານ່າ ເອແວຣມ, ເລຂາເອກ ຂອງ ສະຖານທູດນິວຊີແລນ ທີ່ມາຢ້ຽມຢາມ ແລະ ຮັບຊົມການປະຕິບັດວຽກງານພາກສະໜາມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ບ້ານ ຫາດຄໍ້, ເມືອງ ປາກອູ, ພ້ອມທັງ ຢ້ຽມຊົມສູນຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ແຂວງ ຫຼວງພະບາງ.

ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າໃນການປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ເຊິ່ງເປັນຄວາມພະຍາຍາມຕົ້ນຕໍ ແລະ ເປັນເປົ້າໝາຍບູລິມະສິດທີ່ສຳຄັນຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ຕິດພັນກັບການປະຕິບັດພັນທະສົນທິສັນຍາຂອງສາກົນ, ໃນວາລະທີ່ ສປປ ລາວ ຈະເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນໃນ ເດືອນ ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ.

ລັດຖະບານນິວຊີແລນ ໄດ້ໃຫ້ການຊ່ວຍເຫຼືອແກ່ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກໍ່ຄື ໃຫ້ການຊ່ວຍເຫຼືອແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ມາຢ່າງຍາວນານ, ເຊິ່ງປະຈຸບັນ ແມ່ນໄດ້ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຊຽງຂວາງ ພາຍໃຕ້ ກອບການຮ່ວມມືຫຼາຍຝ່າຍ ໂດຍຜ່ານ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ.

ການຮ່ວມມືທີ່ຍາວນານ ແລະ ຄວາມໝາຍໝັ້ນທີ່ໝັ້ນຄົງຂອງລັດຖະບານນິວຊີແລນ ຕໍ່ການຊ່ວຍເຫຼືອວຽກງານເກັບກູ້ບໍ່ທັນແຕກ ໄດ້ຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບໃນການດໍາລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ, ການຮ່ວມມືນີ້ ຍັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຊ່ວຍໃຫ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ” ໃຫ້ປະກົດຜົນເປັນຈິງ.