ເປັນເວລາ 30 ປີ ທີ່ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດດ້ວຍຄວາມຕັ້ງໜ້າ ແລະ ເປັນຂີດໝາຍອັນສໍາຄັນທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຈາກສິ່ງເສດເຫຼືອຂອງສົງຄາມທີ່ຕົກຄ້າງຢູ່ ສປປ ລາວ ໃນໄລຍະ 3 ທົດສະວັດທີ່ຜ່ານມາ.
ມື້ນີ້, ພວກເຮົາຈະພາທຸກທ່ານໄປຮັບຊົມສາລະຄະດີສັ້ນ ທີ່ຈະເຮັດໃຫ້ທ່ານຮັບຮູ້ກ່ຽວກັບປະຫວັດຄວາມເປັນມາຂອງບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຕະຫຼອດຮອດການເຄື່ອນໄຫວວຽກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ນັບແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ ແລະ ແຜນຍຸດທະສາດຂອງພວກເຮົາ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນທົດສະວັດຂ້າງໜ້າ.
ແນ່ນອນວ່າການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈະບໍ່ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຖ້າຫາກປາສະຈາກການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ, ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ ຕະຫຼອດມາ, ຫວັງຢ່າງຍິ່ງວ່າທຸກພາກສ່ວນຈະຍັງສືບຕໍ່ໃຫ້ການສະໜັບສະໜູນແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອເປັນເສົາຫຼັກໃນການເກັບກູ້ລະເບີດບໍ່ທັນແຕກ ໃຫ້ນັບມື້ນັບໝົດໄປຈາກຜືນທີ່ດິນທີ່ມີຄວາມຕ້ອງການນຳໃຊ້ ແລະ ພັດທະນາ ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”.
.
