ໃນວັນທີ 12 ພຶດສະພາ 2026, ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ພ້ອມດ້ວຍ ທີມງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ
, ຕາງໜ້າໂດຍ ທ່ານ ລຸກ ຄິດໂດ້, ທີ່ປຶກສາອາວຸໂສດ້ານການພັດທະນາ. ນອກຈາກນີ້, ຄະນະຍັງປະກອບມີ ທ່ານ ນາງ ນັດທະນັນ ພັດຊະຣະພັນໄຊ, ຜູ້ປະສານງານໂຄງການ ຈາກ ສະຖານທູດນິວຊີແລນ ປະຈຳ ບາງກອກ, ພ້ອມດ້ວຍຜູ້ຕາງໜ້າຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ, ທ່ານ ຣູເປິດ ເລຕັ້ນ, ຫົວໜ້າທີ່ປຶກສາດ້ານເຕັກນິກ ແລະ ຜູ້ຕາງໜ້າຈາກສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານ ໂອລິເວຍ ບໍດວນ, ທີ່ປຶກສາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ.
ຄະນະຜູ້ແທນໄດ້ໄປຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກຂອງໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ ບ້ານບີ້, ເມືອງແປກ ເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານພາກສະໜາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ປະຈຸບັນ, ການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຊຽງຂວາງ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານນິວຊີແລນ
ໂດຍຜ່ານ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ.
ໃນລະຫວ່າງການຢ້ຽມຢາມສະໜາມ, ທ່ານ ຄິດໂດ້ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມທຸ້ມເທ ແລະ ຄວາມພະຍາຍາມຂອງທີມງານໂຄງການເກັບກູ້ລະເບີດແຫ່ງຊາດໃນການປະຕິບັດວຽກງານທີ່ມີຄວາມອັນຕະລາຍ ແລະ ສຳຄັນນີ້ ພ້ອມທັງໄດ້ຊຸກຍູ້ໃຫ້ທີມງານສືບຕໍ່ຄວາມພະຍາຍາມເພື່ອເຮັດໃຫ້ຊຸມຊົນສາມາດດຳລົງຊີວິດໄດ້ຢ່າງປອດໄພ ປາສະຈາກໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ.
ຫຼັງຈາກການຢ້ຽມຢາມສະໜາມ, ຄະນະຜູ້ແທນຍັງໄດ້ມາຢ້ຽມຢາມ ຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ ເພື່ອຮັບຊົມສວນວາງສະແດງລະເບີດເປົ່າ (ລະເບີດທີ່ປອດໄພແລ້ວ) ແລະ ຫໍພັກພະນັກງານ ລວມທັງ ສິ່ງອໍານວຍຄວາມສະດວກຕ່າງໆທີ່ລັດຖະບານນິວຊີແລນໃຫ້ການຊ່ວຍເຫຼືອ
.
ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານນິວຊີແລນ
ທີ່ໃຫ້ການຊ່ວຍເຫຼືອ. ພວກເຮົາຫວັງວ່າຈະໄດ້ຮັບການສືບຕໍ່ຮ່ວມມື ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງໃນອະນາຄົດ.

