ໃນຕອນເຊົ້າ ຂອງ ວັນທີ 18 ພຶດສະພາ 2026, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຈາກສະຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ
ນໍາໂດຍ ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທີ່ມາຢ້ຽມຢາມຫ້ອງການຫຼັງໃໝ່ຂອງ ຄກລ ປະຈໍາ ແຂວງ ຫົວພັນ ທີ່ຫາກໍ່ສໍາເລັດການກໍ່ສ້າງ ແລະ ໄດ້ມອບໃຫ້ ຄກລ ເມື່ອບໍ່ດົນມານີ້.
ການກໍ່ສ້າງຫ້ອງການ ຄກລ ປະຈໍາ ແຂວງ ຫົວພັນ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ
ໂດຍຜ່ານ ບໍລິສັດ ເທັດທຣາ ເທັກ ພາຍໃຕ້ ອົງປະກອບຂອງການປັບປຸງພື້ນຖານໂຄງລ່າງ ໃຫ້ແກ່ ຄກລ ຢູ່ໃນບັນດາແຂວງທີ່ລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນ ເພື່ອປັບປຸງສະພາບແວດລ້ອມທີ່ຢູ່ອາໄສຂອງພະນັກງານໃຫ້ດີຂຶ້ນ.
ພ້ອມດຽວກັນນີ້, ທ່ານ ນາງ ມາຕິນ ເທເຣີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໃຫ້ກຽດຢ້ຽມຢາມ ຫ້ອງການ ຄກລ ປະຈໍາ ແຂວງ ຫົວພັນ ຮ່ວມກັບ ຄະນະຈາກສະຖານທູດອາເມລິກາ ໃນລະຫວ່າງການມາເຄື່ອນໄຫວວຽກງານຮ່ວມກັນຢູ່ທີ່ ແຂວງ ຫົວພັນອີກດ້ວຍ.
ຄະນະຢ້ຽມຢາມໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ອານຸສັກ ພົງສາ, ຜູ້ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ພ້ອມດ້ວຍ ພະນັກງານຫ້ອງການ ຄກລ ປະຈໍາ ແຂວງ ຫົວພັນ. ການມາຢ້ຽມຢາມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຕໍ່ ຄກລ ແລະ ຖືເປັນຂີດໝາຍອັນສໍາຄັນຂອງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ
, ລັດຖະບານສະຫະລັດອາເມລິກາ
ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ໃນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ຢ່າງມີປະສິດທິພາບ ເພື່ອແນໃສ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ແລະ ການປະຕິບັດສົນທິສັນຍາ ວ່າດ້ວຍ “ການເກືອດຫ້າມລະເບີດລູກຫວ່ານ”.
ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານສະຫະລັດອາເມລິກາ
ແລະ ອົງການສະຫະປະຊາດຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ທີ່ສືບຕໍ່ໃຫ້ການຊ່ວຍເຫຼືອ, ພ້ອມທັງໃຫ້ຄວາມໝາຍໝັ້ນໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

